ພວກເຮົາຮ່ວມແຮງຮ່ວມໃຈກັນຕ້ານຄວາມທຸກຍາກ
2017-05-19 15:51:33 cri
ຄວາມທຸກຍາກເປັນບັນຫາທ້າທາຍຂອງທົ່ວໂລກທີ່ຖ່ວງດຶງການພັດທະນາຂອງມະນຸດ ໂດຍເຫັນໄດ້ຈາກສະຖິຕິປີ 2016 ທີ່ທະນາຄານໂລກເຜີຍແຜ່ນັ້ນ, ທົ່ວໂລກມີປະຊາກອນຜູ້ທຸກຍາກເຖິງ 700 ລ້ານຄົນ. ສຳລັບຈີນ ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກ ແລະເຖິງວ່າປະຊາກອນຜູ້ທຸກຍາກ ໄດ້ຫຼຸດລົງຈາກ 82 ລ້ານຄົນໃນປີ 2012 ເຫຼືອ 40 ລ້ານຄົນໃນປັດຈຸບັນກໍຕາມ, ແຕ່ເປົ້າໝາຍຂອງລັດຖະບານຈີນກໍຄືຕ້ອງເຮັດໃຫ້ປະຊາກອນຜູ້ທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງໃນປີ 2020. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ວາງນະໂຍບາຍຫຼຸດຜ່ອນຄວາມທຸກຍາກຢ່າງລະອຽດແນ່ນອນ ໂດຍກ່າວເນັ້ນວ່າ ລັດຖະບານ, ອຳນາດການປົກຄອງແລະສັງຄົມຕ້ອງເຮັດວຽກຢ່າງຈິງຈັງໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະບາງເທື່ອກໍຕ້ອງເຮັດວຽກຢ່າງພິຖີພິຖັນທີ່ສຸດ. ຫຼາຍມື້ຜ່ານມານີ້, ນັກຂ່າວ CRI ໄດ້ໄປເກັບກຳຂ່າວຢູ່ຕາມຊົນນະບົດເຂດທຸກຍາກໃນທ້ອງຖິ່ນຕ່າງໆ ເພື່ອນຳມາໂຄສະນາທາງວິທະຍຸ, ຮູບພາບ ແລະວິດີໂອ, ຈາກນີ້ພວກເຮົາຈິ່ງຫວັງຢ່າງຍິ່ງວ່າ ທ່ານຈະຕິດຕາມການລາຍງານຂ່າວ ແລະແລກປ່ຽນຄວາມເຫັນກັບພວກເຮົາຫົວຂໍ້ນີ້.