ຈີນ​ແລະອາ​ຊຽນ​ເປັນ​ເອ​ກະ​ພາບ​ກັນ​​ຂອບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້"
2017-05-19 16:26:40  cri 
ຕາມ​ຂ່າ​ວ​ສານ​ຈີນ: ຈີນ​ແລະ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄັ້ງ​ທີ 14 ແລະ​ກອງ​ປະ​ຊຸມ​ໜ່ວຍ​ງານ​ປະ​ສົມ​ຄັ້ງ​ທີ 21 ເພື່ອ​ຜັນ​ຂະ​ຫຍາຍ "ຄຳ​ຖະ​ແຫຼງ​ການ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້" ຢູ່​ເມືອງ​ກຸ້ຍ​ຢ໋າງ​ແຂວງ​ກຸ້ຍ​ໂຈ​ວ່​ຈີນ​​ແຕ່ວັນ​ທີ 17 ຫາ 18 ເດືອນ​ນີ້ ເຊິ່ງກອງ​ປະ​ຊຸມ​ໄດ້​​ພິ​ຈາ​ລະ​ນາ​ແລະ​ຜ່ານຂອບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ແລະ​ຝ່າຍ​ຕ່າງໆ​​ໄດ້ເນັ້ນ​ວ່າ ນີ້​ເປັນ​ຜົນ​ງານ​ຕາມ​ຂັ້ນ​ຕອນ​ສຳ​ຄັນ​ໃນ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ດັ່ງ​ກ່າວ ແລະ​ເປັນ​ການ​ສ້າງ​ພື້ນ​ຖານທີ່​ໜັກ​ແໜ້ນໃຫ້​ແກ່​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ດັ່ງ​ກ່າວ​ໃນ​ຂັ້​ນ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ໄດ້​​ລົງ​ເລິກປຶກ​ສາ​ຫາ​ລື​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ກາ​ນ​ປະ​ຕິ​ບັດ​ຕາມ "ຄຳ​ຖະ​ແຫຼງ​ການ"ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແລະ​ຮອບ​ດ້ານ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ​ທາງທະ​ເລ, "ກົດ​ແຫ່ງ​ການ​ປ​ະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ແລະ​ຫົວ​ຂໍ້​ອື່ນໆ ແລະ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ເປົ້າ​ໝາຍ, ຂະ​ນະ​ດຽວ​ກັນ ບັນ​ດາ​ຝ່າຍ​ໄດ້​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ຕາມ "ຄຳ​ຖະ​ແຫຼງ​ການ" ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ພາບ ທັງ​ເນັ້ນຈະ​ຍຶ​ດ​ໝັ້ນແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຈີນ​ໃຕ້​ໂດຍ​ສັນ​ຕິ, ​ເປັນ​ການ​ປຶກ​ສາ​ຫາ​ລື​ແລະ​ເຈ​ລະ​ຈາຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຕາມ​ກົດ​ລະ​ບຽບ​ຂອງ​ພາກ​ພື້ນ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ທາງ​ທະ​ເລ, ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ແລະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ