ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຮອບ​ທີ6ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ສິ້ນ​ສຸດ​ລົງ​ໂດຍ​ບໍ່​ໄດ້​ຜົນ​ຫຍັງ
2017-05-20 16:54:26  cri 
ວັນ​ທີ19ພຶດ​ສະ​ພາ​ນີ້, ການ​ເຈ​ລະ​ຈ​າ​ສັນ​ຕິ​ພາບ​​ຮອບ​ທີ6ກ່ຽວ​ກັບ​ບັນ​ຫາ​ຊີ​ຣີທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ໂດຍອົງ​ການ​ສະ​ຫະ​ປະ​ຊາ​ຊາດ​​ເປັນ​ຜູ້​ນຳ​ພາ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​. ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຮອບ​ນີ້​ບໍ່​ໄດ້​ເຊັນ​ເອ​ກະ​ສານ​ຜົນ​ງານ​. ທ່ານ​ສ​ຕັ​ຟ​ແຟນ ເດ ມິ​ສ​ຕູ​ລາ, ທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ໄດ້​ກ່າວ​ວ່າ, ການ​ເຈ​ລະ​ຈາ​ຮອບ​ຕໍ່​ໄປ​ອາດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຫຼັງ​ການ​ເຈ​ລະ​ຈາ, ທ່ານ​ມິ​ສ​ຕູ​ລາ​ກ່າວ​ວ່າ, ໃນ​ການ​ເຈ​ລະ​ຈາ​ຄັ້ງ​ນີ້, ທຸກ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ໄດ້​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ບັນ​ຫາ​ຕົວ​ຈິງ​ທີ່​ບັນ​ດາ​ຝ່າຍ​ສົນ​ໃຈ​ນຳ​ກັນ, ແຕ່​ບໍ່​ໄດ້​ລົງ​ເລິກ​ເຈ​ລະ​ຈາ​ກ່ຽວ​ກັບ4​ຫົວ​ຂໍ້​ຕົ້ນ​ຕໍ, ຄື ສ້າງ​ລັດ​ຖະ​ບານ​ສາ​ມັກ​ຄີ​ຂອງ​ຊາດ, ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ, ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄືນ​ໃໝ່, ແລະ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ.

ຫຼັງ​ການ​ເຈ​ລະ​ຈາ, ທ່ານ​ບາ ອັນ ຈາ​ຟາ​ຣີ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຊີ​ຣີ​ກ່າວ​ຕໍ່​ສື່ມວນ​ຊົນ​ວ່າ, ການ​ເຈ​ລະ​ຈາ​ຄັ້ງ​ນີ້​ບໍ່​ໄດ້​ກ່າວ​ເຖິງ4ຫົວ​ຂໍ້ຫຼັກ​ແມ່ນ​ແຕ່​ໜ້ອຍ. ທ່ານ​ນາ​ສ ອັນ ຮາ​ຣີ​ຣີ, ຫົວ​ໜ້າ​ຜູ້​ເຈ​ລະ​ຈາ​ຂອ​ງ​ຄະ​ນະ​ກຳ​ມະ​ການ​ເຈ​ລະ​ຈາ​ຊັ້ນ​ສູງ​ຝ່າຍ​ຄ້ານ​ຕົ້ນ​ຕໍ​ຂອງ​ຊີ​ຣີ​ກ່າວ​ວ່າ, ການ​ເຈ​ລະ​ຈາ​ຄັ້ງ​ນີ້​ບໍ່​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຫຍັງ, ຂະ​ນະ​ທີ່​ທ່ານ​ກ່າວ​ຕື່ມ​ວ່າ, ເຖິງ​ເປັນ​ແນວ​ນີ້​ກໍ​ຕາມ, ແຕ່​ການ​ທີ່​ທຸກ​ຝ່າຍ​ສາ​ມາດ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ຊີ​ຣີ​ດ້ວຍ​ວິ​ທີ​ທາງ​ການ​ເມືອງ​ຢູ່​ເຊີ​ແນວ​ນັ້ນ​ເອງ​ກໍ​ມີ​ຄວາມ​ໝາຍ​ອັນ​ສຳ​ຄັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ