ເຫດ​ການ​ໄຟ​ໄໝ້​ເທິງ​ກຳ​ປັ່ນ​ອິນ​ໂດ​ເນ​ເຊຍ ​ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ
2017-05-21 17:06:04  cri 

ວັນ​ທີ 20 ພຶດ​ສະ​ພານີ້ ພາກ​ສ່​ວນ​ຊອກ​ຫາ​ກອບ​ກູ້ອິນ​ໂດ​ເນ​ເຊຍ​ຢືນ​ຢັນ​ວ່າ, ຢູ່​ເຂດ​ທະ​ເລໃກ້​ກັບ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ເຫດ​ການ​ໄຟ​ໄໝ້​ເທິງ​ກຳ​ປັ່ນ​​ໃນ​ວັນ​ທີ 19 ພຶດ​ສະ​ພານີ້, ມາ​ຮອດປະ​ຈຸ​ບັນ​ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ, ແລະ​ຫຼາຍ​ສິບ​ຄົນ​ຫາຍ​ສາ​ບ​ສູນ. 

 ໃນ​ເວ​ລາ​ໃຫ້​ສຳ​ພາດ ທ່ານ​ມຸ​ຮາ​ມັດ ອາ​ຣິ​ຟິນ ຜູ້​ຮັບ​ຜິດ​ຊອບ​ຫ້ອງ​ການ​ຊອກ​ຫາ​ກອບ​ກູ້​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ກ່າວ​ວ່າ,ໃນ​ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພານີ້, ມີ​ກຳ​ປັ່ນ​​ລຳ​ໜຶ່ງ​ທີ່​ບັນ​ທຸກ​ຜູ້​ໂດ​ຍ​ສານ 178 ຄົນ​ແລະ​ລົດ​ຍົນຫຼາຍ​ສິບ​ຄັນ ໄດ້​ເກີດ​ໄຟ​ໄໝ້​ໃນ​ກາງ​ທາງ​ຈາກ​ສຸ​ຣະ​ບາ​ຢາແຂວງ​ຈາ​ວາ​ຕາ​ເວັນ​ອອກ​ໄປ​ສູ່​ກາ​ລິກ​ພາ​ພັນ​ແຂວງ​ຄາ​ລິ​ມານ​ຕັນ​ຕາ​ເວັນ​ອອກ. ຍ້ອນ​ດັບ​ເພີງ​ຍາກ, ຫົວ​ໜ້າ​ກຳ​ປັ່ນ​ຈຶ່ງ​ຮຽກ​ຮ້ອງໃຫ້​ຜູ້​ໂດຍ​ສານ​ຂີ່​ເຮືອກອບ​ກູ້​​ເພື່ອ​ລອດ​ຊີ​ວິດ. ພະ​ນັກ​ງານກອບ​ກູ້​ໄດ້​ພົບ​ເຫັນ​ 5 ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ແລະ​ໄດ້​​ຊ່ວຍ​ເຫຼືອ 137 ຄົນ​ຢ່າງ​ສຳ​ເລັດ​ຜົນ. ປັດ​ຈຸ​ບັນ ອົງ​ກາ​ນ​ທີ່ກ່ຽວ​ຂ້ອງກຳ​ລັງ​ຢືນ​ຢັນ​ລາຍ​ຊື່​ຜູ້​ໂດຍ​ສານ​ແລະ​ຈຳ​ນວນ​ຄົນ​ຫາຍ​ສາບ​ສູນ.

ຕາມ​ສື່ມວນ​ຊົນ​ທ້ອງ​ຖິ່ນ​ລາຍ​ງານ​ວ່າ, ເຫດ​ການ​ດັ່ງ​ກ່າວນີ້​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ລົດ​ຍົນ​ຢູ່​ເທິງ​​ກຳປັ່ນ​ເກີດ​ໄຟ​ໄໝ້. ​ແນວ​ໃດ​ກໍ​ດີ, ເຈົ້າ​ໜ້າ​ທີ່ຕຳ​​ຫຼວດ​ໄດ້​ເລີ່ມ​​ສືບ​ສວນເຫດ​ການ​ຄັ້ງນີ້​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ