ໄຂບຸນ​ສິ​ລະ​ປະ​ວັດທະ​ນະ​ທຳ​ຈີນ-ສະ​ຫະ​ພາບ​ເອີ​ລົບ​ຄັ້ງ​ທີ 3
2017-05-21 14:28:16  cri 
ຕາມ​ຂ່າວ CRI: ບຸນ​ວັດ​ທະ​ນະ​ທຳ​ຈີນ-ສະ​ຫະ​ພາບ​ເອີ​ລົບ​ຄັ້ງ​ທີ 3 ໄດ້​ໄຂ​ຂຶ້ນ​ຢູ່ນະ​ຄອນ​ຫຼວງບ​ຮຸດ​ແຊນ ປະ​ເທດ​ແບນ​ຊິກ​ໃນ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ​ງານ​ລາ​ຕີ "ສຽງ​ຈາ​ກ​ທົ່ງ​ຫຍ້າ" ຂອງ​ຄະ​ນະ​ສິ​ລະ​ປະ​ມົງ​ໂກ​ໃນ​ແລະ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ "ມົງ​ໂກ​ໃນ​ທີ່​ສວຍ​ງາມ" ເຮັດ​ໃຫ້​ຜູ້​ຊົມ​ໄດ້​ສຳ​ພາດ​ກັບ​ສະ​ເໜ່​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ຈີນ.

ປີ 2015 ແມ່ນ​ໂອ​ກາດ​ທີ່​ຈີນ​ແລະ​ສະ​ຫະ​ພາບ​ເອີ​ລົບ​ສ້າງ​ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 40 ປີ, ບຸນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຈີນ-ສະ​ຫະ​ພາບ​ເອີ​ລົບ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ບ​ຮຸດ​ແຊນ​ໃນ​ປີ​ນັ້ນ. ມາ​ຮອດປີ​ 2016, ບຸນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຈີນ-ສະ​ຫະ​ພາບ​ເອີ​ລົບ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ແບນ​ຊິ​ກ​, ​ລຸກຊຳ​ບວກ​ແລະ​​ແຫ່ງອື່ນໆ, ແລະ​ໄດ້​ສ້າງ​ກົນ​ໄກ​ແລກ​ປ່ຽນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ​ທີ່​​ເປັນ​ປົກ​ກະ​ຕິ. ບັນ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ດັ່ງ​ກ່າວ​ແມ່ນ​ສະ​ມາ​ຄົມ​ວົງ​​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຈີນ​ແລະ​ຄະ​ນະ​​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​ສະ​ຫະ​ພາບ​ເອີ​ລົບ​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ, ໄດ້​ກາຍ​ເປັນ​ເວ​ທີ​ໃໝ່​ທີ່​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ສະ​ຫະ​ພາບ​ເອີ​ລົບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ