ທ່ານເອີ​ໂດ​ກັນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ພັກ​ກຳ​ອຳ​ນາດ​ຕວກ​ກີ​ຄືນ​ໃໝ່
2017-05-22 10:53:57  cri 
ຂ່າວ​ສານ​ອາ​ນາ​ໂດ​ລູ​ຕວກ​ກີ​ລາຍ​ງານ​ວ່າ: ​ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອງພັກ​ຍຸ​ຕິ​ທຳ​ແລະ​ການ​ພັດ​ທະ​ນາ​ຕວກ​ກີ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ອັງ​ກາ​ຣາ ເພື່ອ​ເລືອກ​ຕັ້ງ​ປະ​ທານ​ພັກ​ຄົນ​ໃໝ່​​ໂດຍ​ທ່ານ​ເ​ອີ​ໂດ​ກັນ ປະ​ທາ​ນາ​ທິ​ບໍ​ດີ​​​ທີ່​ເປັນ​ຜູ້​ສະ​ໝັກ​ໜຶ່ງດຽວໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜູນ​ຈາກ 1414 ຄົນ​​ຂອງ​ຜູ້​ແທນ​ທັງ​ໝົດ 1470 ຄົນ.

ທ່ານ​ເອີໂດ​ກັນ​ໄດ້​​ສ້າງ​ຕັ້ງ​ພັກ​ຍຸ​ຕິ​ທຳ​ແລະ​ການ​ພັດ​ທະ​ນາ​ຂຶ້ນ​ເມື່ອ​ປີ 2001 ທັງ​ເປັນ​ປະ​ທານ​ພັກ​. ຫຼັງໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ເມື່ອ​ເດືອນ​ສິງ​ຫາ 2014, ທ່ານເອີ​ໂດ​ກັນ​ໄດ້​ສະຫຼະ​ຕຳ​ແໜ່ງ​ປະ​ທານ​ພັກໂດຍ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ເປັນ​ກາງ​ຂອງ​ພັກ​ກຳ​ອຳ​ນາດ​​ທີ່​ກຳ​ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ​ນູນ. ​ແນວ​ໃດ​ກໍ​ດີ,ຫຼັງຕວກ​ກີ​ໄດ້​ຈັດ​ການ​ລົງ​ປະ​ຊາ​ມະ​ຕິ​ແລະຮັບ​ຮອງ​​ເອົາການ​ດັດ​ແກ້​ລັດ​ຖະ​ທຳ​ມ​ະ​ນູນ​ດ້ວຍ​ການ​ຍົກ​ເລີກຫຼັກ​ການ​ດັ່ງ​ກ່າວ​ໂດຍ​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສາ​ມາດ​ດຳ​ລົງ​ຕຳ​ແໜ່ງ​ພັກ​ກຳ​ອຳ​ນາດ​ໄດ້​​ແລະຈາກ​ນີ້, ​ໃນວັນ​ທີ 2 ພຶດ​ສ​ະ​ພາ​ນີ້, ທ່ານ​​ເອີ​ໂດ​ກັນຈຶ່ງ​ໄດ້​​​ກັບ​ເຂົ້າ​ມາເປັນ​ສະ​ມາ​ຊິກ​ພັກ​ແລະ​ໄດ້​ຮັບ​ເລືອ​ກ​ຕັ້ງ​ເປັນ​ປະ​ທານ​ພັກ​ດັ່ງ​ກ່າວ​ຄືນ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ