ເຊີ້ໂຫ້ແມ່ນການຫຼິ້ນພື້ນເມືອງປະເພດໜຶ່ງໃນການສະຫຼອງບຸນກຸດຈີນຂອງປະຊາຊົນຈີນ ເຊິ່ງປະກອບມີການຫຼິ້ນໄມ້ໂຖກເຖກ,ການເຊີ້ງເຮືອ,ການເຊີດສິງ,ເຊີດມັງກອນ, ຟ້ອນຢ່າງເກີ່ແລະອື່ນໆໂດຍຮູບການສະແດງມີຄວາມແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນ.
ເຖິງວ່າບ້ານໂຮ້ຈ່ວງຕາແສງຫຼິງຈິງເຂດຈ້ຽນອ່ານເມືອງສູຊ່າງແຂວງເຫີນານ ພາກກາງຂອງຈີນໄດ້ຜະລິດເຄື່ອງຫຼິ້ນເຊີ້ໂຫ້ມາເປັນເວລາຮ້ອຍກວ່າປີແລ້ວ,ແຕ່ການເຮັດທຸລະກິດແບບຂະໜາດນ້ອຍແລະຈຳໜ່າຍດ້ວຍຕົນເອງນັ້ນໄດ້ເຮັດໃຫ້ຂະແໜງການຜະລິດຫັດຖະກຳດັ່ງກ່າວພົບຄວາມຫຍຸ້ງຍາກທີ່ສຸດຈົນຍາກທີ່ຈະຢູ່ລອດໄດ້.
ແນວໃດກໍດີ,ສະພາບດັ່ງກ່າວໄດ້ຖືກຕີຖອຍຫຼັງຊຸມປີມໍ່ໆມານີ້ໄດ້ຮັບການພັດທະນາຢ່າງວ່ອງໄວບວກໃສ່ການນຳໃຊ້ອິນເຕີເນັດຢ່າງກວ້າງຂວາງຈິ່ງເຮັດໃຫ້ບ້ານໂຮ້ຈ່ວງກາຍເປັນບ້ານທີ່ມີຊື່ສຽງໃນການສະໜອງເຄື່ອງຫັດຖະກຳທາງອິນເຕີເນັດໂດຍພຽງແຕ່ຊາວບ້ານເຂົ້າອິນເຕີເນັດແລ້ວກົດມາວສຢູ່ເຮືອນເທົ່ານັ້ນກໍສາມາດຈຳໜ່າຍເຄື່ອງຫຼິ້ນເຊີ້ໂຫ້ໄດ້ທັງພາຍໃນແລະຕ່າງປະເທດ ແລະຈາກນີ້ໄດ້ເຮັດໃຫ້ຊາວບ້ານມີລາຍຮັບຫຼາຍຂຶ້ນແລະກ້າວມາສູ່ການຫຼຸດພົ້ນຈາກຄວາມທຸກຍາກຢ່າງວ່ອງໄວ.