ຈີນ​ແລະ​ໄທ​ຮັດ​ແໜ້ນ​ການ​ຮ່ວ​ມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ​ລະ​ຄອນໂທ​ລະ​ພາບ​ແລະ​ຮູບ​ເງົາ
2017-05-22 17:03:33  cri 
ກິດ​ຈະ​ກຳ​ໂຄ​ສະ​ນາ​ເຜີຍ​ແຜ່ "ລະ​ດູ​ການ​ແຫ່ງ​ການ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ລະ​ຄອນ​ໂທ​ລະ​ພາບ​ໄທ​ປີ 2017" ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກ​ຄອ​ງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​ຈີນໃນວັນ​ທີ 20 ພຶດ​ສະ​ພາ​ນີ້. ທ່ານ ໄຊ​ຣັດ​ ພອນທິບ​ວະ​ຣາ​ເວດ ກົງ​ສຸນ​ໃຫຍ່​ຂອງ​ສະ​ຖານ​ກົງ​ສຸນ​ໃຫຍ່​ໄທ​ປະ​ຈຳ​ເມືອງ​ນານ​ນິງ​​ກ່າວ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ໄທ​ໃນ​ຂົງ​ເຂດ​ລະ​ຄອນ​ໂທ​ລະ​ພາບ​ແລະ​ຮູ​ບ​ເງົາກໍ​ຄື​ຂົງ​ເຂດ​ວັດ​ທະ​ນະ​ທຳ​ອື່ນໆ​​ນັບ​ມື້​ນັບ​ແໜ້ນ​ແຟ້ນ​ ເຊິ່ງເຂດກວາງ​ຊີ​ກໍ​ພວມ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັບ​ໄທ​​ທັງລະ​ຄອນ​ໂທ​ລະ​ພາບ​ແລະ​ຮູບ​ເງົາ, ຮູບ​ເງົາ​ເອ​ກະ​ສານ,ສາ​ລະ​ຄະ​ດີແລະ​ອື່ນໆ.

ໃນ​ຊຸມ​ປີ​ຜ່ານ​ມາ, ເຂດກວາງ​ຊີ​ໄດ້​ນຳ​ເອົາ​​ລະ​ຄອນ​ໂທ​ລະ​ພາບຂອງ​ໄທ​ຫຼາຍ​ສິບ​ເລື່ອງ,​ທັງ​​ໄດ້ແປ​ລະ​ຄອນ​ໂທ​ລະ​ພາບແລະ​ຮູບ​ເງົາ​ຈີນ​ເປັນ​ພາ​ສາ​ໄທ ແລະ​​ແຜ່​ພາບ​ອອກ​ອາ​ກາດ​ຢູ່ສະ​ຖາ​ນີ​ໂທ​ລະ​ພາບ​​ໄທ. ປັດ​ຈຸ​ບັນ, ​ລະ​ຄອນ​ໂທ​ລະ​ພາບ​ຂອງຈີນ​ເລື່ອງ "ແຟນ​ທີ່​ບໍ່​ມີ​ເງິນ​ຄຳ​ຫຼາຍ​ຂອງ​ຂ້ອຍ", "ແພດ​ໝໍ​ປັກ​ກິ່ງ" ແລະ​ອື່ນໆ​ຈະ​ໄດ້​ແລະ​ພວມ​ແຜ່​ພາບ​ອອກ​ອາ​ກາດ​ຢູ່​ປະ​ເທດ​ໄທ​ແລ້ວ  ເຊິ່ງ​ແປ​ໂດຍ​ຄະ​ນະ​​ແປ​​ພາ​ສາຂອງ​ໄທ ແລະ ​ພາກ​ໂດຍ​ນັກ​ສະ​ແດງ​ລະ​ຄອນ​​ໂທ​ລະ​ພາບແລະ​ຮູບ​ເງົາ​​ໄທ; ສຳ​ລັບ​ຮູບ​ເງົາ​ເອ​ກະ​ສານ​ເລື່ອງ​ໃຫຍ່ "ບ້ານ​ຢູ່​ທ່າມ​ກາງ​ພູ​​ແລະ​ນ້ຳຂຽວ​ສະ​ອາດ​" ​ທີ່​​ຈີນ​ແລະ​ໄທ​ຮ່ວມ​ກັນຖ່າຍ​ທຳ​​ພວ​ມ​ຢູ່​ໃນ​ການ​ຜະ​ລິດ​ ໂດຍຄາດ​ວ່າ​​ຈະ​ແຜ່​ພາບ​ອອກ​ອາ​ກາດ​ຢູ່​ສອງ​ປະ​ເທດ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ