ຕາມຂ່າວສານຈີນ:ກອງທັບຟິລິບປິນຖະແຫຼງໃນວັນທີ 21 ພຶດສະພານີ້ວ່າ,ກອງທັບບັນດາປະເທດອາຊຽນຈະເພີ່ມທະວີການຮ່ວມມືຕໍ່ຕ້ານລັດທິກໍ່ການຮ້າຍທີ່ເປັນໄພຂົ່ມຂູ່ສັນຕິພາບແລະຄວາມໝັ້ນຄົງພາກພື້ນ.
ທ່ານອາເຣວາໂລ ຫົວໜ້າຫ້ອງການວຽກງານປະຊາສຳພັນກອງທັບຟິລິບປິນເປີດເຜີຍໃນວັນທີ 21 ພຶດສະພານີ້ວ່າ,ເຈົ້າໜ້າທີ່ລະດັບສູງຂອງກອງທັບບັນດາປະເທດອາຊຽນໄດ້ລົງນາມໃນຖະແຫຼງການຮ່ວມສະບັບໜຶ່ງຫວ່າງມໍ່ໆນີ້ໂດຍປະກາດວ່າຈະເພີ່ມທະວີການຊ້ອມຮົບຮ່ວມ,ການຊ່ວຍເຫຼືອມະນຸດສະທຳແລະການສ້າງຂີດຄວາມສາມາດໃນການກູ້ໄພ.
ຂະນະດຽວກັນ,ກອງທັບບັນດາປະເທດອາຊຽນຍັງຈະສະແຫວງຫາການເພີ່ມທະວີຄວາມພະຍາຍາມເພື່ອສ້າງກົນໄກກອງປະຊຸມບໍ່ເປັນທາງການໃນລະດັບເສນາທິການສູງສຸດກອງທັບປະເທດອາຊຽນໃຫ້ຫັນເປັນທາງການເພື່ອຕໍ່ຕ້ານແນວຄິດກໍ່ການຮ້າຍທີ່ຟື້ນຕົວຂຶ້ນແລະຈະປະສານງານໃນການຮັບມືກັບການຂົ່ມຂູ່ໃນຮູບການໃໝ່ທີ່ບໍ່ແມ່ນແບບດັ້ງເດີມເຊັ່ນເຫດການໄພພິບັດແລະອື່ນໆໃຫ້ແຂງແຮງ.