ອາ​ຟລິ​ກາຈະກາຍ​ເປັນ​​ໃຈ​ກາງ​ຂະ​ແໜງການຜະລິດ​ໃນ​ອະນາຄົດຫຼັງຈີນ​ເຂົ້າ​ໄປ​ລົງທຶນ
2017-05-22 17:01:54  cri 
ວິ​ທະ​ຍຸ​ສາກົນ​ແຫ່ງປະ​ເທດ​ຈີນ​ລາຍ​ງານ​ວ່າ:ຫວ່າງ​ມໍ່ໆ​ນີ້,ທ່ານ​ນາງ​ອ້າຍ​ຫຼິນ ນັກ​ຂຽນ​ປຶ້ມ "​ໂຮງງານ​ໂລກ​ຕໍ່​ໄປ"​ໄດ້​ຂຽນ​ບົດ​ຄວາມ​ພິ​ມລົງ​ໃນ​ໜັງ​ສື​ພິມ​ຊາວ​ອາ​ຟລິ​ກາ​ຕາ​ເວັນ​ອອກ​ໂດຍ​ລະບຸ​ວ່າ,ການ​ລົງທຶນ​ຂອງ​ຈີນ​ຈະ​ສ້າງ​ອາ​ຟລິ​ກາ​ຄືນ​ໃໝ່​ແລະ​ຊຸກ​ຍູ້​ໃຫ້​ກາຍ​ເປັນ​ໂຮງງານ​ໂລກ​ຕໍ່​ໄປ.
ບົດ​ຄວາມ​ຂຽນ​ວ່າ,ຫຼາຍປີ​ມາ​ນີ້,ການ​ລົງທຶນ​​ໃນ​ຂະ​ແໜງ​ການ​ຜະລິດຂອງຈີນ​ຢູ່​ອາ​ຟລິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ​ໂດຍ​ມາ​ຮອດປັດຈຸບັນ ວິ​ສາ​ຫະກິດ​ເອກະ​ຊົນ​ຈີນທີ່​ເຂົ້າ​ໄປ​ລົງທຶນ​ເຂົ້າ​ໃນ​ຂະ​ແໜງ​ການ​ຜະລິດ​ຢູ່ອາ​ຟລິ​ກາ​ແຕ່ລະ​ປີ​ມີຫຼາຍກວ່າ 150 ​ໂຄງການ​​ແລະ​ໄດ້ກາຍ​ເປັນ​ທ່າ​ແຮງ​ສຳຄັນໃນ​ການ​ຊຸກຍູ້​ປະ​ເທດ​ອາ​ຟລິ​ກາ​ເລັ່ງ​ຂະ​ບວນການ​ຫັນ​ເປັນ​ອຸດສາຫະກຳ ຂະນະ​ດຽວ​ກັນ​ການ​ລົງທຶນຂອງ​ຈີນ​ໄດ້​​ເພີ່ມ​ໂອກາດການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ທ້ອງ​ຖິ່ນ​ພ້ອມ​ທັງ​ໄດ້​ສ້າງ​ຫົວ​ກະທິ​ທຸລະ​ກິດຮຸ່ນ​ໃໝ່​ໃຫ້​ແກ່​ອາ​ຟລິ​ກາ.
ບົດ​ຄວາມ​ເຫັນ​ວ່າ,ການ​ຫັນ​ເປັນ​ອຸດສາຫະກຳ​ເຖິງ​ຈະ​​ເປັນ​ທາງ​ເກົ່າ,​ແຕ່​ກໍ​ຍັງ​ຄົງ​ເປັນ​ເສັ້ນທາງ​ໜຶ່ງ​​ດຽວ​ທີ່​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປັດຈຸບັນ​ບັນລຸ​ການ​ພັດທະນາ​ສັງຄົມ​ແລະ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.​ແນວ​ໃດ​ກໍ​ດີ,​​ທຶນ,​ເຕັກນິກ​ແລະ​ປະສົບ​ການ​ຂອງ​ຈີນ​ຈະ​​ເປັນ​ບົດຮຽນ​ໃຫ້​ປະ​ເທດ​ອາ​ຟລິ​ກາ​ບັນລຸ​ການ​ຫັນ​ເປັນ​ອຸດສາຫະກຳ​ໂດຍ​ໄວ​ແລະ​ແກ້​ໄຂ​ບັນຫາ​ຄວາມທຸກ​ຍາກ​ຢູ່​​ແຜ່ນດິນ​ໃຫຍ່​ອາ​ຟລິ​ກາ​​ແລະ​ບັນຫາ​ຫຍຸ້ງຍາກ​ອື່ນໆ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ