ຈີນ-ມາ​ເລ​ເຊຍ​ຮ່ວມສ້າງ​ຕັ້ງ​ວິ​ທະ​ຍາ​ໄລ​ສາ​ກົນ​ຄົມ​ມະ​ນາ​ຄົມ​ລົດ​ໄຟ​
2017-05-23 10:48:27  cri 
ວິ​ທະ​ຍາ​ໄລ​​ເຕັກ​ນິກວິ​ຊາ​ຊີບວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທາງ​ລົດ​ໄຟ​ຫູ​ນານ​ຈີນ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ກົວ​ລາ​ລຳ​ເປີ​ມາ​ເລ​ເຊຍ​ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ວິ​ທະ​ຍາ​ໄລ​ສາ​ກົນ​ຄົມ​ມະ​ນາ​ຄົມ​ລົດ​ໄຟ​ມະ​ຫາ​ວິ​ທະ​ຍາ​ໄລ​ກົວ​ລາ​ລຳ​ເປີ​ຂຶ້ນແລະ​ຈະ​ເປີດ​ຮັບ​ສະ​ໝັກ​ນັກ​ສຶກ​ສາ​ຊຸດ​ທຳ​ອິດ​ໃນ​ 6 ເດືອນ​ທ້າຍ​ປີ2017ນີ້.ປັດ​ຈຸ​ບັນ, ວິ​ທະ​ຍາ​ໄລ​​ເຕັກ​ນິກວິ​ຊາ​ຊີບວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທາງ​ລົດ​ໄຟ​ຫູ​ນານ​ຈີນໄດ້​ມີ​ແຜນ​ບຳ​ລຸງ​ກໍ່​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລ້ວ​ແລະ​ຈະ​ເລັ່ງ​ຮ່ວມ​ມື​ກໍ່​ສ້າງ​ສູນ​ຝຶກ​ອົບ​ຮົມ​ຕົວ​ຈິງ​ໃນ​ໄລ​ຍະ​ພັກ​ຮຽນ.

ມະ​ຫາ​ວິ​ທະ​ຍາ​ໄລ​ກົວ​ລາ​ລຳ​ເປີ​ໄດ້ເປີດຫຼັກ​ສູດ​ວິ​ຊາ​ທາງ​ລົດ​ໄຟ​​ລະ​ດັບ​ປະ​ລິນ​ຍາ​ຕີພຽງ​ໜຶ່ງ​ດຽວ​ຂອງ​ມາ​ເລ​ເຊຍ, ສ່ວນ​ວິ​ທະ​ຍາ​ໄລ​ສາ​ກົນ​ຄົມ​ມະ​ນາ​ຄົມ​ລົດ​ໄຟ​ທີ່​ຈີນ-ມາ​ເລ​ເຊຍ​ຮ່ວມ​ສ້າງ​ຕັ້ງ​ນັ້ນ​ຈະ​​ເນັ້ນ​ສະ​ພາບ​ການຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ເປັນ​ຕົ້ນ ການ​ແລກ​ປ່ຽນ​ພະ​ນັກ​ງານ​ຄູ​ອາ​ຈານ,​ນັກ​ສຶກ​ສາ, ຮ່ວມ​ກັນ​ສ້າງວິ​ຊາ​ຮຽນ, ​ສູນ​ການ​ສຶກ​ສາ​ແລະຝຶກ​ອົບ​ຮົມ ​ແລະ​ອື່ນໆ​ເພື່ອ​ກໍ່​ສ້າງ​ນັກ​ເຕັກ​ນິກດ້ານ​ອຸ​ປະ​ກອນ​ຈີນ,ລົດ​ໄຟ​ຄວາມ​ໄວ​ສູງ, ຄົມ​ມະ​ນາ​ຄົມ​ລົດ​ໄຟ​ໃນ​ເມືອງ​ແລະ​ອື່ນໆໃຫ້​ແກ່​ມາ​ເລ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ