ວິທະຍາໄລເຕັກນິກວິຊາຊີບວິທະຍາສາດເຕັກໂນໂລຊີທາງລົດໄຟຫູນານຈີນແລະມະຫາວິທະຍາໄລກົວລາລຳເປີມາເລເຊຍໄດ້ຮ່ວມກັນສ້າງຕັ້ງວິທະຍາໄລສາກົນຄົມມະນາຄົມລົດໄຟມະຫາວິທະຍາໄລກົວລາລຳເປີຂຶ້ນແລະຈະເປີດຮັບສະໝັກນັກສຶກສາຊຸດທຳອິດໃນ 6 ເດືອນທ້າຍປີ2017ນີ້.ປັດຈຸບັນ, ວິທະຍາໄລເຕັກນິກວິຊາຊີບວິທະຍາສາດເຕັກໂນໂລຊີທາງລົດໄຟຫູນານຈີນໄດ້ມີແຜນບຳລຸງກໍ່ສ້າງຜູ້ມີຄວາມຮູ້ຄວາມສາມາດແລ້ວແລະຈະເລັ່ງຮ່ວມມືກໍ່ສ້າງສູນຝຶກອົບຮົມຕົວຈິງໃນໄລຍະພັກຮຽນ.
ມະຫາວິທະຍາໄລກົວລາລຳເປີໄດ້ເປີດຫຼັກສູດວິຊາທາງລົດໄຟລະດັບປະລິນຍາຕີພຽງໜຶ່ງດຽວຂອງມາເລເຊຍ, ສ່ວນວິທະຍາໄລສາກົນຄົມມະນາຄົມລົດໄຟທີ່ຈີນ-ມາເລເຊຍຮ່ວມສ້າງຕັ້ງນັ້ນຈະເນັ້ນສະພາບການຮ່ວມມືໃນດ້ານຕ່າງໆເປັນຕົ້ນ ການແລກປ່ຽນພະນັກງານຄູອາຈານ,ນັກສຶກສາ, ຮ່ວມກັນສ້າງວິຊາຮຽນ, ສູນການສຶກສາແລະຝຶກອົບຮົມ ແລະອື່ນໆເພື່ອກໍ່ສ້າງນັກເຕັກນິກດ້ານອຸປະກອນຈີນ,ລົດໄຟຄວາມໄວສູງ, ຄົມມະນາຄົມລົດໄຟໃນເມືອງແລະອື່ນໆໃຫ້ແກ່ມາເລເຊຍ.