ເລີ່ມ​​ນຳ​ໃຊ້ ​Alipay ຢູ່​ມາ​ເລ​ເຊຍ
2017-05-23 10:23:44  cri 
ວັນ​ທີ 22 ພຶດ​ສະ​ພາ​ນີ້, ລະ​ບົບ​ການ​ຈ່າຍ Alipay ໄດ້​ເລີ່ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຢູ່​ມາ​ເລ​ເຊຍ ໂດຍບໍ​ລິ​ສັດ​ 7-11(Seven-Eleven) ຍີ່​ປຸ່ນ​ຈຳ​ກັດ​ໄດ້​ກາຍ​ເປັນ​ບໍ​ລິ​ສັດ​​ຂາຍ​ຍ່ອຍ​ທີ່​ໃຊ້​ລະ​ບົບນີ້​ທຳ​ອິດ.

ໂຄ​ສົກ​ບໍ​ລິ​ສັດ 7-11(Seven-Eleven) ກ່າວ​ວ່າ: ບໍ​ລິ​ສັດ​ຕົນ​ໄດ້​ເປີດ​ ສາ​ຂາ 2.100 ຮ້ານ​ຢູ່​ມາ​ເລ​ເຊຍ ແລະ​ກໍ​ມີກວ່າ 2.000 ຮ້ານ​ໄດ້​ເລີ່ມ​ໃຊ້​ລະ​ບົບ​ການ​ຈ່າຍ ​Alipay ​ໂດຍ​ເລີ່ມແຕ່​ວັນ​ທີ 12 ພຶດ​ສະ​ພາ​ເປັນ​ຕົ້ນ​ມາ, ​ຂະ​ນະ​ດຽວ​ກັນ​ກໍຄາດ​ວ່າ​ແຕ່​ວັນ​ທີ 24 ​ເດືອນ​ນີ້​ເປັນ​ຕົ້ນ​ໄປ​ຈະ​ສາ​ມາດ​​ນຳໃຊ້​​ໄດ້​ທົ່ວ​ປະ​ເທດ​ມາ​ເລ​ເຊຍ​.

ໃນ​ເດືອນ​ພະ​ຈິກ​ປີ 2016 ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ, ທ່ານ ໝ້າ​ຢຸນ ຜູ້​ສ້າງ​ຕັ້ງ​ບໍ​ລິ​ສັດເຕັກໂນ​ໂລ​ຊີອິນ​ເຕີ​ເນັດ Alibaba ​ຈີນ​ຈຳ​ກັດ​ໄດ້​ຮັບ​ໜ້າ​ທີ່​ເປັນ​ທີ່​ປຶກ​ສາ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງ​ລັດ​ຖະ​ບານ​ມາ​ເລ​ເຊຍ ຫວັງຍົກ​ລະ​ດັບ​ການ​ພັດ​ທະ​ນາ​​ປະ​ເທດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ໂດຍ​ສະ​ເພາະການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ