UNIONPAY ສາກົນ​ແລະ​ທະນາຄາ​ນ​ໃຫຍ່​ທີ່​ສຸດ​ຂອງ​ປາ​ກິ​ສະຖານ​ອອກ​ຊິ​ບບັດ​ທະນາຄານ
2017-05-23 16:57:46  cri 
ຕາມ​ຂ່າວສານ​ຈີນ: UNIONPAY ສາກົນ​ຖະ​ແຫຼງ​ໃນ​ວັນ​ທີ 22 ພຶດສະພາ​ນີ້​ວ່າ,​ໄດ້​ສັນຍາ​ກັບ​ທະນາຄານ​ຮາ​ບິ​ບຫຼື HBL ທີ່​ເປັນ​ທະນາຄານ​ໃຫຍ່​ກວ່າ​ໝູ່​ຂອງ​ປາ​ກິ​ສະຖານ​​ແລ້ວ​ຫວັງສືບ​ຕໍ່​ຮ່ວມ​ມື​ກັນ​ອອກຊິ​ບ​ບັດ​ທະນາຄານ 2 ລ້ານ 1 ​ແສນ​ບັດ​​ໃບໃນ 3 ປີ​ຕໍ່ໜ້າ​ບົນ​ພື້ນຖານ​ຂອງ​ການອອກ​ບັດ​ທະນາຄານ UNIONPAY 2 ລ້ານ 1 ​ແສນ​​ໃບ​.​ນີ້​ແມ່ນທະນາຄານ​ການອອກຊິ​ບ​ບັດ​ທະນາຄານ​ເປັນ​ເທື່ອ​ທຳ​ອິດ​ເພື່ອ​ຊຸກຍູ້​ການ​ຊຳລະ​ສະ​ສາງ​ຂອງ​ປະ​ເທດ​ດັ່ງກ່າວ.
ການ​ປະຕິບັດ​ຂໍ້​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແລະ​ການ​ກໍ່ສ້າງ "​ແລວ​ທາງ​ເສດຖະກິດ​ຈີນ-ປາ​ກິສະຖານ"​ໄດ້​​ເປັນ​ສ່ວນ​ສຳຄັນ​ຕໍ່​ພັດທະນາ​ແບບ​ບຸກທະລຸ​ສຳລັບ​​ບັດ UNIONPAY ຢູ່​ປາ​ກິ​ສະຖານ,​ເຄື່ອງ POS ​ເກືອບ​ 100% ​​ແລະ​ຕູ້ ATM 80% ຂອງ​ປະ​ເທດ​ດັ່ງກ່າວ​​ໄດ້​ນຳ​ໃຊ້​ບັດ UNIONPAY, ທະນາຄານ 10 ​ແຫ່ງ​ໄດ້​ອອກ​ບັດ UNIONPAY ຫຼາຍກວ່າ 4 ລ້ານ 1 ​ແສນ​​ໃບ​ໃນ​ນີ້​ບັດ UNIONPAY ທີ່​ອອກ​ໂດຍທະນາຄານ HBL ​ໄດ້​ກວມ​​ເຄິ່ງໜຶ່ງ​ແລະ​ການ​ຊຳລະ​ດ້ວຍ​ບັດ​ເຫຼົ່ານີ້ກໍ​ບັນລຸ 90%, ບັດ UNIONPAY ບໍ່​ພຽງ​ແຕ່​​ກາຍ​ເປັນ​ເຄື່ອງມື​ຊຳລະ​ທີ່​ສຳຄັນ​​ຂອງ​ປະຊາຊົນ​ປະ​ເທດ​ດັ່ງກ່າວ​ເທົ່າ​ນັ້ນ,ຍັງ​ໄດ້​ກາຍ​ເປັນ​ບັດ​ທະນາຄານ​ສາກົນ​ທີ່​ອອກ​ບັດ​ຫຼາຍ​ເປັນ​ອັນ​ດັບ​ສອງ​ຢູ່​ປາ​ກິ​ສະຖານອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ