ກອງ​ທະຫານ​​ຈີນຊຸດ 16 ​ເດີນທາງ​ໄປຮັກສາ​ສັນຕິພາບ​ຢູ່​ລີ​ບັງ​ແລ້ວ
2017-05-23 17:22:25  cri 
ຕາມ​ຂ່າວ​ສານ​ຊິນ​ຮວາ: ກອງ​ທະຫານ​​ຈີນ​ທີ່​ໄປ​ຮັກສາ​ສັນຕິພາບ​ຢູ່​ລີ​ບັງ​ຊຸດ​ທີ 16 ​ໄດ້​​ເຂົ້າ​ຮັບ​ໜ້າ​ທີ່​ແທນ​ຊຸດ​ທີ 15 ຢູ່​ຄ້າຍ​ທະຫານ​ຈີນ​​ບ້ານ​ຮິນ​ນີຢາ​ພາກ​ໃຕ້​ປະ​ເທດ​ດັ່ງກ່າວ​ໃນ​ວັນ​ທີ 22 ພຶດສະພາ​ນີ້.
​ຕະຫຼອດ​ໄລຍະໜຶ່ງ​ປີ,ນາຍ​ແລະ​ພົນທະຫານ​ຈີນທີ່​ຮັກສາ​ສັນຕິພາບ​ຢູ່​ລີ​ບັງ​ຊຸດ​ທີ 15 ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຕ່າງໆ​ຂອງ​ຕົນ​ເປັນ​ຢ່າງ​ດີເປັນ​ຕົ້ນ​ການ​ເກັບ​ກູ້​ລະ​ເບີດ,ການ​ກໍ່ສ້າງ​ແລະ​ຮັກສາ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ,ການ​ຊ່ວຍ​ເຫຼືອທາງ​ການ​​ແພດ​ແລະ​ອື່ນໆ.ຈາກ​ນີ້ໜ່ວຍ​ທະຫານ​ຊ່າ​ງ​ແສງ​,ໜ່ວຍ​ທະຫານ​ແພດ​ແລະ​ໜ່ວຍ​ທະຫານ​ກໍ່ສ້າງ​ຂອງ​ກອງ​ທະຫານ​ຊຸດ​ນີ້​ລວມ 410 ຄົນ​ໄດ້​ຮັບ "ຫຼຽນກຽດຕິຍົດ​ສັນຕິພາບ" ຈາກ​ສະຫະ​ປະຊາ​ຊາດ,​ນອກ​ນີ້​ໜ່ວຍ​ທະຫານ​ຊ່າ​ງ​ແສງ​ຍັງ​​ໄດ້​ຮັບ​ "​ໃບ​ກຽດ​ຕິ​ຄຸນ​​ບັງ​ຊາ​ການ" ທີ່​ເປັນ​​ລາງວັນ​ກຽດ​ຕິ​ຄຸນ​ລວມໝູ່​​ສູງ​ສຸດ​ຈາກ​ກອງ​ທະຫານ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລີ​ບັງຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ