ຈີນ​ຈະ​ສະ​ໜອງ​ເງິນ​ກູ້ 4 ຕື້ 500 ລ້ານ​ໂດ​ລາ​ໃຫ້​ແກ່​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸ​ງ
2017-05-24 15:48:27  cri 
ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​​ປະ​ຕິ​ຮູບ​ແຫ່​ງ​ຊາດ​ຈີນເປີດ​ເຜີຍ​​ໃນ​ວັນ​ທີ 23 ພຶ​ດ​ສະ​ພາ​ນີ້​ວ່າ, ​ກ່ອນໜ້າ​ນີ້​ບໍ່​ດົນ, ທະ​ນາ​ຄານ​ພັດ​ທະ​ນາ​ແຫ່ງ​ຊາດ​ຈີນ​ແລະ​ບໍ​ລິ​ສັດ​​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນອິນ​ໂດ​ເນ​ເຊຍຈຳ​ກັດ​ໄດ້​ເຊັນ​ສັນ​ຍາ​ກູ້​ເງິນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງປະ​ເທດ​ຈີນ, 4 ຕື້ 500 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ກາ​ຕາ-ບັນ​ດຸງ​ແມ່ນ​ໂຄງ​ການ​ທີ່​ເປັນ​ຂີດ​ໝາຍ​ຂອງ​ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ໄລ​ຍະ​ຕົ້ນ​ແລະ​ການ​ຮ່ວມ​ມື​​ຢ່າງແທ້​ຈິງ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ, ແລະການ​​ເຊັນ​ສັນ​ຍາ​ເງິນ​ກູ້​ດັ່ງ​ກ່າວແມ່ນ​ໝາກ​ຜົນ​ສຳ​ຄັນ​ຂອງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ຂົງ​ເຂດ​ເຊື່ອມ​ຈອດ​​ພື້ນ​ຖານ​ໂຄງ​ລ່າງ, ເປັນ​ຂີດ​ໝາຍ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ເປັນ​ໂຄງ​ການ​ທຳ​ອິດ​ທີ່ "ກ້າວ​ໄປ​ສູ່​ຕ່າງ​ປະ​ເທດ" ​ແລະ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ