ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​ໄດ້ຮ່ວມ​ມື​​ຢ່າງແໜ້ນ​ແຟ້ນ​ຕາມ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-05-24 15:31:21  cri 
ຕາມ​ຂ່າວ​ສານ​ຈີນ: ບໍ​ລິ​ສັດ ACCA ແລະ​ຕະຫຼາດ​ຫຸ້ນ​ຊຽງ​ໄຮ້​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ: ສ້າງ​ເຄືອ​ຂ່າຍ​ມູນ​ຄ່າ​ທົ່ວ​ໂລກ​ຄືນ​ໃໝ່" ໃນ​ວັນ​ທີ 23 ເດືອນ​ນີ້​ວ່າ, ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ເໜືອ​​ໄດ້ຮ່ວມ​ມື​​ຢ່າງແໜ້ນ​ແຟ້ນ​ຕາມ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ການ​​ສຶກ​ສາ​ຄົ້ນ​ຄວ້າ​​ຮ່ວມ​ເທື່ອ​ນີ້​ໄດ້​ເນັ້ນການ​ວິ​ເຄາະ​​ສະ​ພາບ​ການ, ກອງ​ປະ​ຊຸມ​ໂຕະ​ມົນ ແລະ​ອື່ນ​ໆ ໂດຍ​ປະ​ສານ​ສົມ​ທົບ​ບົດ​ຮຽນ​​ຂອງ​ປະ​ເທດ​ຕົນ, ສະ​ຖາ​ນະ​ການ​ສາ​ກົນ, ຜົນ​ສຳ​ເລັດ​ໃນ​ປະ​ຫວັດ​ສາດ ແລະ​ການ​ພັ​ດ​ທະ​ນາ​ໃນ​ອະ​ນາ​ຄົດ ເພື່ອ​ຄົ້ນ​ຄວ້າ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ວ່າ​ຈະມີ​ຜົນ​ສະ​ທ້ອນ​ແນວ​ໃດ​ຕໍ່​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຢູ່​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ຈະ​ສຳ​ເລັດ​ໃນ​ປີ 2018 ແລະ​ບົດ​ລາຍ​ງານ​ດັ່ງ​ກ່າວ​ເປັນ​ຜົນ​ການ​ຄົ້ນ​ຄວ້າ​ໄລ​ຍະ​ທຳ​ອິດ.

ບົດ​ລາຍ​ງານ​ຊີ້​ອອກວ່າ, ສິງ​ກະ​ໂປ, ມາ​ເລ​ເຊຍ, ເອ​ມີ​ເຣດອ​າ​ຣັບ, ໂປ​ໂລຍ, ສ.ເຊັກ, ກາ​ຕາ, ​ຮົງ​ກາ​ລີ, ໄທ, ຫວຽດ​ນາມ ແລະ​ຣັດ​ເຊຍ​ເປັນ 10 ປະ​ເທດ​ທີ່​ມີ​ການ​ຮ່ວມ​ມື​ແໜ້ນ​ແຟ້ນຫຼາຍກວ່າ​ໝູ່​ຕາມ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ