ຄູ​ບາ 13 ອົງ​​ເດີນ​ທຸ​ດົງຈາກ​ນະ​ຄອນ​ຊຽງ​ໄຮ​ໄປ​ຮອດ​ພູ​ເອີ​ເໝີຍ
2017-05-24 16:41:31  cri 

ວັນ​ທີ 23 ເດືອນ​ນີ້, ຄູ​ບາ 13 ອົງ​​ຈາກ​ວັດ​ຈິ້ງ​ອ່ານ​ນະ​ຄອນ​ຊຽງ​ໄຮ​ໄດ້​ເດີນ​​ທຸ​ດົງ​ຜ່ານ​ແຂວງ​ຈ່ຽງ​ຊູ່, ແຂວງ​ເຈີ້​ຈ່ຽງ, ແຂວງ​ອ່ານ​ຮຸ່ຍ, ແຂວງ​ຫູ​ເປ, ນະ​ຄອນ​ຈຸ່ງ​ກິ່ງ ​ສູ່​ເມືອງ​ຢົງ​ຊ້ຽນ​ແຂວງ​ເສ​ສວນ ແລະ​ມຸ່ງ​ໜ້າ​ໄປ​​ສູ່ພູ​ເອີ​ເໝີຍ ທີ່​ເປັນ​ທີ່​ຕັ້ງ​ທາງສາ​ສະ​ໜາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ. ການ​​ທຸ​ດົງເທື່ອ​ນີ້​ໄດ້​ໃຊ້​ເວ​ລາ 86 ວັນ ​ໃນ​ໄລ​ຍະ​ທາງ 2600 ກິ​ໂລ​ແມັດ ແລະຄູ​ບາ​​ທີ່​ຮ່ວມ​ທຸ​ດົງອາ​ຍຸຫຼາຍ​ສຸດ 48 ປີ ແລະໜ້ອຍ​ສຸດແຕ່ 18 ປີ. ​ຂະ​ນະ​ດຽວ​ກັນ ກໍມີ​ສາ​ສະ​ນິ​ກະ​ຊົນເປັນ​ຈຳ​ນວນ​ຫຼາຍ​​ໄດ້ຍ່າງ​ຕາມຫຼັງ​ໃນ​ເສັ້ນ​ທາງ​ທີ່​ທຸ​ດົງ​ຜ່ານ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ