ຢູ່ບ້ານຕົ່ງຈືກ່ວນເມືອງຟູ້ຢາງແຂວງເຈີ້ຈ່ຽງປະເທດຈີນ ມີເຮືອນຫຼັງຂາວໆຕັ້ງສະຫຼັບສັບຊ້ອນກັນ,ແລະຈາກການເຫັນພາບນີ້,ຊາວເນັດຕ່າງກໍກ່າວຂານກັນວ່າ "ເຮືອນງາມປານແຕ້ມດັ່ງດຽວກັບຢູ່ແມ່ນ້ຳຢາງເຊກຽງຕອນລຸ່ມ". ເຮືອນຢູ່ບ້ານຕົ່ງຈືກ່ວນມີ 46 ຫຼັງ ແມ່ນໂຄງການຢູ່ທີ່ລັດຖະບານກໍ່ສ້າງຂຶ້ນໃຫ້ເປັນເອກະພາບ ແລະ ກະສິກອນກໍສາມາດມາຢູ່ເຮືອນໃໝ່ໄດ້ດ້ວຍການຊື້ຕາມລາຄາທີ່ກຳນົດໄວ້. ປັດຈຸບັນກະສິກອນໄດ້ຫຼັ່ງໄຫຼເຂົ້າມາຢູ່ເຮືອນໃໝ່ແລ້ວ. (ເຮືອນຢູ່ອາໄສໃນໂຄງການທຳອິດຂອງບ້ານຕົ່ງຈືກ່ວນ)