​ໄຕ​ມາດ​ທຳ​ອິດ​ປີ​ນີ້​ຈີນ​ກາຍ​ເປັນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຟິລິບ​ປິນ
2017-05-25 16:34:53  cri 
ຕາມ​ຂ່າວສານ​ຊິນ​ຮວາ: ທ່ານ​ຈິນຢວນ ທີ່​ປຶກສາ​ເສດຖະກິດ​ການ​ຄ້າ​ສະຖານທູດ​ຈີນ​ປະຈຳ​ຟິລິບ​ປິນ​ກ່າວ​ໃນ​ໂອກາດ​ຫາລື​ລະຫວ່າງ​ນັກທຸລະກິດ​ຈີນ(ກວາງຊີ​)-ຟິລິບ​ປິນ​ໃນ​ວັນ​ທີ 24 ພຶດສະພາ​ນີ້​ວ່າ,​ໄຕ​ມາດ​ທຳ​ອິດ​ປີ​ນີ້​ຈີນ​ໄດ້​ກາຍ​ເປັນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຟິລິບ​ປິນ.
ທ່ານ​ຈິນຢວນກ່າວ​ວ່າ,ນັບ​ແຕ່​ທ່ານ​ໂຣດຣິ​ໂກ ດູ​​ເຕິ​ເຕ ປະທານາທິບໍດີ​ຟີ​ລີບ​ປີນ​ຢ້ຽມຢາມ​ຈີນ​ເມື່ອ​ເດືອນ​ຕຸລາ​ປີຜ່ານມາ,​​ຈີນ-ຟິລິບ​ປິນ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ໂດຍ​ເຫັນ​ໄດ້​ໃນ​ໄຕ​ມາດທຳ​ອິດ​ປີ​ນີ້,ມູນ​ຄ່າ​ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ເຖິງ 26%.ຂະນະ​ດຽວ​ກັນ,ຟິລິບ​ປິນສົ່ງ​ອອກ​ສິນຄ້າ​ກະສິກຳ​ມາ​ຈີນ​ກໍ​​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ.
ທ່ານ​ກ່າວ​ຕື່ມ​ວ່າ,ທ້າຍ​ເດືອນ​ມັງກອນ​ປີ​ນີ້,ຢູ່​ປັກ​ກິ່ງ,​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ທີ່​ຮັບຜິດຊອບ​ວຽກ​ງານ​ເສດຖະກິດຂອງ​ຟິລິບ​ປິນ​ໄດ້​ປຶກສາ​ຫາລື​ແລະ​ຕົກລົງ​ກັບ​ຈີນ​ກ່ຽວກັບ​ໂຄງການ​ລະບາຍ​ນ້ຳ,​ເຂື່ອນ​ໄຟຟ້າ​ແລະ​ທາງ​ລົດ​ໄຟທັງ​ໄດ້​ສະ​ເໜີ​ໃຫ້​ຈີນ​ສະໜັບສະໜູນ​​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ,ມູນ​ຄ່າ​​ທີ່​ວິ​ສາ​ຫະກິດ​ຈີນ​ຮັບ​ເໝົາ​​ໂຄງ​ການຢູ່​ຟິລິບ​ປິນ​ກໍ​ບັນລຸ​ຫຼາຍກວ່າ 13 ຕື້​​ໂດ​ລາ​ສະຫະລັດ​ແລ້ວ.ປີຜ່ານມາ​,ຈີນ​ໄດ້​ກາຍ​ເປັນ​ແຫຼ່ງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 3 ຂອງ​ຟິລິບ​ປິນ,​ແລະ​ຄາດ​ວ່າ​ປີ​ນີ້ນັກ​ທ່ອງ​ທ່ຽວຈີນຈະ​ໄປ​ທ່ຽວ​ຟິລິບ​ປິນ​​ເຖິງ 1 ລ້ານ​ເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ