ທະ​ນາ​ຄານ​ຈີນ​ສະ​ໜັບ​ສະ​ໜູນ​ນັກ​ສຶກ​ສາ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສ​ປ​ຊຈຳ​ລອງ​ສາ​ກົນ
2017-05-26 15:30:41  cri 
ນັກ​ສຶກ​ສາ​ລາ​ຊະມະ​ຫາ​ວິ​ທະ​ຍາ​ໄລ​ພະ​ນົມ​ເປັນໄດ້​ຮັບ​ທຶນຈາກ​ທະ​ນາ​ຄານ​ຈີນ​ປະ​ຈຳ​ພະ​ນົມ​ເປັນ​ໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້​ເພື່ອເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈຳ​ລອງ​ສາ​ກົນ 2017 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ.

ທ່ານ​ເສິນ​ສາງ​ຈ່ຽງ ຜູ້​ວ່າ​ການ​ທະ​ນາ​ຄານ​ຈີນ​ປະ​ຈຳ​ພະ​ນົມ​ເປັນ​ຢືນ​ຢັນ​ວ່າ ນັບ​ແຕ່ມື້​ສ້າງ​ຕັ້ງ​ສາ​ຂາ​​ຢູ່​ປະ​ເທດ​ດັ່ງ​ກ່າວ​ເປັນ​ຕົ້ນ​ມາ​ກໍ​ໄດ້​ຮັບ​ກາ​ນ​ສະ​ໜັບ​ສະ​ໜູນ​ຈາກ​ລັດ​ຖະ​ບານ,ທະ​ນາ​ຄານ​ກາງ​ກຳ​ປູ​ເຈ​​ຍ​ແລະ​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ ຈິ່ງ​ເຮັດ​ໃຫ້​ທຸ​ລະ​ກິດ​ໄດ້​​ຮັບ​ການພັດ​ທະ​ນາ​ຢ່າງ​ປອດ​ໃສ​ວ່ອງ​ໄວ​ແລະ​ຕໍ່​ເນື່ອງ. ​ຈາກ​ນີ້,ທະ​ນາ​ຄານ​ຕົນ​ຈະ​ຊ່ວຍ​ເຫຼືອລາ​ຊະ​ມະ​ຫາ​ວິ​ທະ​ຍາ​ໄລ​​ພະ​ນົມ​ເປັນຫຼາຍ​ດ້ານ​ແລະຫຼາຍ​ຊ່ອງ​ທາງ​ເພື່ອ​ສະ​ໜ​ອງ​ທຶນ​ສະ​ເພາະ​ບຳ​ລຸງ​ກໍ່​ສ້າງ​ນັກ​ສຶກ​ສາ​ແລະ​ຊ່ວຍ​ຄູ​ອາ​ຈານ​ເດີນ​ທາງ​ໄປ​ສຶກ​ສາ​ຄົ້ນ​ຄວ້າຍົກ​ລະ​ດັບ​ຢູ່​ຈີນ​ທັງ​ເປີດ​ໂອ​ກາດ​​ໃຫ້​ນັກ​ສຶກ​ສາຝຶກ​ງານ​​ໃນ​ທະ​ນາ​ຄານ ແລະ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ດັ່ງ​ກ່າວ​ເພື່ອ​ສ້າງ​ນັກ​ວິ​ຊາ​ການທະ​ນາ​ຄານ​ລະ​ດັບ​ສູງ​ໃຫ້​ແກ່​ຂະ​ແໜງ​ການ​ທະ​ນາ​ຄານ​ກຳ​ປູ​ເຈຍ.

ຮອງ​ອະ​ທິ​ການ​ບໍ​ດີ​ລາ​ຊະມະ​ຫາ​ວິ​ທະ​ຍາ​ໄລ​ພະ​ນົມ​ເປັນໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ທະ​ນາ​ຄານ​ຈີນ​ປະ​ຈຳ​ພະ​ນົມ​ເປັນ​ທີ່​ສະ​ໜັບ​ສະ​ໜູນ​ທຶນ​ດັ່ງ​ກ່າວແລະ​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ