ແຂ່ງ​ຂັນ​​ຂົວ​ພາ​ສາ​ຈີນ​​ສຳ​ລັບ​ນັກ​ຮຽນຊັ້ນ​ມັດ​ທະ​ຍົມ​ຢູ່​ລາວ
2017-05-26 16:43:46  cri 

ການ​ແຂ່ງ​ຂັນ​ເວົ້າ​ພາ​ສາ​ຈີນ​ເພື່ອ​ຄັດ​ເລືອກ​ນັກ​ຮຽນ​ລາວ​ຊັ້ນມັດ​ທະ​ຍົມ​ ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂົວ​ພາ​ສາ​ຈີນ​ສຳ​ລັບ​ນັກ​ຮຽນ​ມັດ​ທະ​ຍົມ​ທົ່ວ​ໂລກ​ຄັ້ງ​ທີ 10 ໂດຍ​ ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ​ແລະ​ໂຮງ​ຮຽນ​ຈຸງ​ເຕັກ​ສະ​ຫວັນ​ນະ​ເຂດ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ຮຽນ​ຈຸງ​ເຕັກ ແລະ​ທ່ານ​ໂລ້​ຊື້​ສຽງ ຫົວ​ໜ້າ​ພະ​ແນກ​ສັງ​ລວມ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ລາວ, ບັນ​ດາຫົວ​ໜ້າ,ຜູ້​ຕາງ​ໜ້າ​ຄູ​ອາ​ຈານ​ແລະ​ນັກ​ຮຽນ​​​ຈາກໂຮງ​ຮຽນ​ພາ​ສາ​ຈີນ​ແຫ່ງ​ຕ່າງໆຂອງ​ລາວ​ເຂົ້າ​ຮ່ວມ.

ການ​ແຂ່ງ​ຂັນ​ຄັ້ງ​ນີ້​ມີ​ຫົວ​ຂໍ້ "ຮຽນ​ພາ​ສາ​ຈີນ​ໃຫ້​ໄດ້​ຈະ​ມີ​ໝູ່​ເພື່ອນ​ທົ່ວ​ໂລກ" ​ໂດຍປະ​ກອບ​ມີ 3 ພາກ​ຄື ການ​ເວົ້າ​ພາ​ສາ​ຈີນ,ການ​ຖາມ​ຕອບ​ຄວາມ​ຮູ້​ວັດ​ທະ​ນະ​ທຳ​ຈີນ​ແລະ​ການ​ສະ​ແດງ​ຄວາມ​ຮູ້​ຄວາມ​ສາ​ມາ​ດ​ດ້ານ​ວັດ​ທະ​ນະ​ທຳ​ຈີນ. ຜ່ານ​ການ​ແຂ່ງ​ຂັນຜົນ​ປະ​ກາດ​ວ່າ: ນາງ​ຊິນ​ລີ້ ຈາກ​ໂຮງ​ຮຽນ​ລຽວ​ໂຕ​ແລະ​ນາງ​ມາ​ສ້ຽວ​ເມີຍ ຈາກ​ໂຮງ​ຮຽນ​ຈຸງ​ເຕັກ​ຊະ​ນະ​ເລີດ ແລະ​ຈະ​ຕາງ​ໜ້າ​ນັກ​ຮຽນ​​ລາວ​ຊັ້ນມັດ​ທະ​ຍົມ​ເຂົ້າ​ຮ່ວມແຂ່ງ​ຂັນ​ຂົວ​ພາ​ສ​າ​ຈີນ​ສຳ​ລັບ​ນັກ​ຮຽນ​ມັດ​ທະ​ຍົມ​ທົ່ວ​ໂລກ​ຄັ້ງ​ທີ 10 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ຈີນ.

​ການ​ແຂ່ງ​ຂັນ​ດັ່ງ​ກ່າວມີ​ນັກ​ຮຽນ​14ຄົນ​ຈາກ​ໂຮງ​ຮຽນ​ຈຸງ​ເຕັກ​ສະ​ຫ​ວັນ​ນະ​ເຂດ, ​ລຽວ​ໂຕ​ແລະ​​ໂຮງ​ຮຽນອື່ນໆ​ເຂົ້າ​ຮ່ວມ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ