ທະ​ຫານລັດ​ຖະ​ບານ​ຟີ​ລິບ​ປິນ​ຢູ່​ແຂວງ​ຊຸ​ຣູເສຍ​ຊີ​ວິດ 1 ຄົນ​ຫຼັງ​ຖືກ​ໂຈມ​ຕີ
2017-05-26 17:08:39  cri 
ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໃຫ້​ຮູ້​ວ່າ: ໃນ​ຕອນ​ຂ້ອນ​ແຈ້ງວັນ​ທີ 25 ພຶດ​ສະ​ພາ​ນີ້,ກົມ​ຂອງ​ຕົນ​ຢູ່​ແຂວງ​ຊຸ​ຣູ​ທາງ​ພາກ​ໃຕ້​ໄດ້​ຖືກ​ກຸ່ມ​ຫົວ​ຮຸນ​ແຮງອາ​ບູ ຊາ​​ຢາບໂຈ​ມ​ຕີ​ ສົ່ງ​ຜົນ​ເຮັດ​ໃຫ້ທະ​ຫານ 1 ຄົນ​ເສຍ​ຊີ​ວິດ ແລະ 10 ຄົນ​ບາດ​ເຈັບ.

ທ່ານ ໂຈ​ອານ​ ເປ​ຕິງ​ໄລ ໂຄ​ສົກ​ຖານ​ທັບມິນ​ດາ​ນາວ​ຕາ​ເວັນ​ຕົກ​ຂອງກອງ​ທັບ​ຟີ​ລິບ​ປິນ​ກ່າວ​ວ່​າ: ​ໃນ​ເວ​ລາ 5 ໂມງ 20 ນາ​ທີ​ຂອງ​ມື້​​ດັ່ງ​ກ່າວ, ກອງທະ​ຫານ​​ຣາບ​ທີ 10 ຂອງກອງ​ທັບ​ລັດ​ຖະ​ບານ​​ໄດ້​ຖືກ​ໂຈມ​ຕີ​ຂະ​ນະ​ທີ່​ໄລ່​ລ່າ​ຜູ້​ປະ​ກອບ​ອາ​ວຸດ​ທີ່​​ໄດ້​ຈັບ​ຕົວ​ປະ​ກັນ​ກຸ່ມ​ໜຶ່ງ​ຢູ່​ເມືອງ​ນ້ອຍປາ​ຕີ​ກຸນ​ແຂວງ​ຊຸ​ຣູ ຫຼັງສອງ​ຝ່າຍ​ໄດ້​ປະ​ທະກັນຢ່າງ​ດຸ​ເດືອດ​ເປັນ​ເວ​ລາ 15 ຫາ 20 ນາ​ທີ ເຮັດ​ໃຫ້ທະ​ຫານ​ຂອງກອງ​ທັບ​ 11 ຄົນ​ບາດ​ເຈັບ ແລະ 1 ຄົນ​ໄດ້​ເສຍ​ຊີ​ວິດ.

ທ່ານ ໂຈ​ອ່ານ ເປ​ຕິງ​ໄລ ກ່າວ​ວ່າ: ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ໄລ່​ລ່າ​ຜູ້ປະ​ກອບ​ອາ​ວຸດ​ອາ​ບູ ຊາ​​ຢາບ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ