ກອງປະຊຸມເວທີປຶກສາຫາລືການພັດທະນາການບິນພົນລະເຮືອນຈີນປີ 2017 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 25 ພຶດສະພານີ້ ໂດຍເນັ້ນຫົວຂໍ້ "ກຸ່ມຕົວເມືອງແລະກຸ່ມສະໜາມບິນໃນຍຸກອິນເຕີເນັດ:ການເຊື່ອມຈອດການພັດທະນາຂະແໜງການການບິນຂອງໂລກເທື່ອໃໝ່" ຕະຫຼອດ 2 ວັນ, ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລືການຊຸກຍູ້ການຮ່ວມມືສາກົນຂອງຂະແໜງການການບິນໂລກ,ການກຳໂອກາດການພັດທະນາ "ໜຶ່ງແລວທາງໜຶ່ງເສັ້ນທາງ" ໃນຍຸກອິນເຕີເນັດແລະຫົວຂໍ້ອື່ນໆ.
ປັດຈຸບັນ, ຂົງເຂດການບິນຂອງຈີນຍັງຂາດຊັບພະຍາກອນຢ່າງໜັກໜ່ວງ, ພື້ນຖານໂຄງລ່າງຫຼ້າຫຼັງ ເຊິ່ງໄດ້ກາຍເປັນສິ່ງຈຳກັດຕໍ່ການສ້າງກຸ່ມສະໜາມບິນລະດັບໂລກ.ຈາກນີ້,ທ່ານ ເຟີງເຈີ້ງລິນ ຫົວໜ້າກົມການບິນພົນລະເຮືອນຈີນຈຶ່ງເຫັນວ່າ: ການເສີມຂະຫຍາຍບົດບາດປະສານງານແມ່ນຈຸດສຳຄັນໃນການສ້າງກຸ່ມສະໜາມບິນລະດັບໂລກ. ຂະນະທີ່ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍກ່າວວ່າ: ໃນອະນາຄົດ,ຄຽງຄູ່ກັບການເພີ່ມທະວີການຕິດຕໍ່ພົວພັນແລະການຮ່ວມມືກັບບໍລິສັດການບິນພົນລະເຮືອນຂອງບັນດາປະເທດໃນໂລກຢ່າງບໍ່ຢຸດຢັ້ງແລ້ວຈຳເປັນຕ້ອງໄດ້ຫັນຄວາມມຸ່ງຫວັງທີ່ດີດັ່ງກ່າວເປັນການກະທຳຕົວຈິງ ແລະພ້ອມຈະສ້າງ "ເສັ້ນທາງສາຍໄໝ"ທາງອາກາດເພື່ອການເຊື່ອມຈອດກັນລະຫວ່າງພາກພື້ນກັບໂລກ.