ເກີດເຫດ​ການ​ໂຈມ​ຕີ​ລົດ​ເມ​ຢູ່​ເອ​ຢິບ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 26 ຄົນ​ເສຍ​ຊີ​ວິດ
2017-05-27 15:48:54  cri 
ວັນ​ທີ 26 ເດືອນ​ນີ້, ​ກຸ່ມ​ປະ​ກອບ​ອາ​ວຸດ​ກຸ່ມ​ໜຶ່ງ​ໄດ້​ຍິງ​ລົດ​ເມ​ສອງ​ຄັນ​ຢູ່​ແຂວງ​ມິນ​ຢາ ທາງ​ພາກ​ໃຕ້​ເອ​ຢິບ. ​ຂະ​ນະ​ທີ່ໂທ​ລະ​ພາບ​ແຫ່ງ​ຊາດ​ປະ​ເທດ​ດັ່ງ​ກ່າວ​ລາຍ​ງານ​ວ່າ, ເຫດ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ 26 ຄົນ​ເສຍ​ຊີ​ວິດ ແລະ 25 ຄົນ​ບາດ​ເຈັບ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ​ມິນ​ຢາ​ກ່າ​ວ​ວ່າ, ​ກ່ອນ​ເກີດ​ເຫດ, ຜູ້​ນັບ​ຖື​ສາ​ສະ​ໜາ​ຄ​ຣິ​ສ​ໄດ້​ເດີນ​ທາງໄປ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທາງ​ສາ​ສະ​ໜາ​ຢູ່​​ໂບດ​ດ້ວຍ​ລົດ​ເມ ແລະ​ຂະ​ນະ​ນັ້ນ​ກໍ​ມີ​ກຸ່ມ​ປະ​ກອບ​ອາ​ວຸດ​ປະ​ມານ 10 ຄົນ​ໄດ້​ຂັບ​ລົດ​ສອງ​ຄັນ​ມາ​ຈອດ​ຕັນ​ທາງ ແລະ​ກວາດ​ຍິງ​ຜູ້​ໂດຍ​ສານ​ໃນ​ລົດ. ປັດ​ຈຸ​ບັນ, ຜູ້​​ບາດ​ເຈັບ​ໄດ້​ຖືກ​ນຳ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ຕ່າງໆ, ຄາດ​ວ່າ​ຈະ​ມີຜູ້​ເສຍ​ຊີ​ວິດ​ເພີ່ມ​ຂຶ້ນ​ອີກ ເນື່ອງ​ຈາກ​ມີ​ບາງ​ຄົນ​ເຈັບ​ສາ​ຫັດ.

ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ອົງ​ການ​ໃດ​​ອອກ​ມາປະ​ກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ດັ່ງ​ກ່າວ. ​ຂະ​ນະ​ທີ່ເຈົ້າ​ໜ້າ​ທີ່​ທະ​ຫານ​ແລະ​ຕຳຫຼວດ​ເອ​ຢິບ​ໄດ້​ຕັ້ງ​ດ່ານກວດ​ກາ​ຕາມ​ເສັ້ນ​ທາງ 10 ກວ່າ​ແຫ່ງ​ຢູ່​ແຂວງ​ມິນ​ຢາ ແລະ​ແຂວງ​ເບ​ນີ​ຊູ​ເອັ​ຟ ເພື່ອ​ຈັບ​ຜູ້​ກໍ​ເຫດ​ທີ່ປົບໜີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ