ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ຂອງ​ທະ​ຫານ​ເຮືອ​ຈີນລາ​ອອກ​ຈາກ​ບັງ​ກະ​ລາ​ເດັ​ດ, ທະ​ຫານເຮືອ​ຈີນ-​ບັງ​ກະ​ລາ​ເດັ​ດ ຈັດ​ການ​ຊ້ອມ​ຮົບ​ຮ່ວມທາງ​ທະ​ເລ
2017-05-28 17:26:19  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ຂອງ​ທະ​ຫານ​ເຮືອ​ຈີນໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຕໍ່​ບັງ​ກະ​ລາ​ເດັ​ດ, ແລະ​​ລາ​ອອກ​ຈາກ​ທ່າກຳ​ປັ່ນ​ຈີ​ທາ​ກົງ​ໃນ​ວັນ​ທີ 26 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຕໍ່​ສີ​ລັງ​ກາ.

ເມື່ອ​ກອງ​ກຳ​ປັ່ນອອກ​ຈາກ​ທ່າ​ກຳ​ປັ່ນ​ແລ້ວ, ໄດ້​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ກັບ​ທະ​ຫານ​ເຮືອ​​ບັງ​ກະ​ລາ​ເດັ​ດ. ການ​ຊ້ອມ​ຮົບ​ລວມ​ທັງ ການເຕົ້າ​ໂຮມ​ກັນ​ຂອງ​ກອງ​ກຳ​ປັ່ນ, ການ​ເດີນ​ເຮືອ​ຮ່ວມ, ການ​ສະ​ໜັບ​ສະ​ໜູນ​ກັນ, ການ​​ຄົ້ນ​ຫາ​ກອບ​ກູ້​ຮ່ວມແລະ​ອື່ນໆ. ​ໃນການ​ຊ້ອມ​ຮົບ, ​ກອງ​ບັນ​ຊາ​ການ​ຂອງກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ທະ​ຫານ​ເຮືອ​ຈີນ​ໄດ້ຮັບ​ຜິດ​ຊອບ​ການ​ບັນ​ຊາ​ການໂດຍ​ລວມ, ຝ່າຍ​ຈີນ​ຍັງ​ໄດ້​ໃຊ້​ຍົນ​ເຮ​ລິ​ກົບ​ເຕ​ລຳ​ໜຶ່ງ​ໃນ​ການ​ຊ້ອມ​ຮົບ, ສອງ​ຝ່າຍ​ໄດ້​​ສົ່ງ​ນັກ​ສັ​ງ​ເກດ​ການ​ໄປ​ສຶກ​ສາ​ຮ່ຳ​ຮຽນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ.

ທ່ານ​ເສີນ​ຮ້າວ ຜູ້​ບັນ​ຊາ​ການ​ຂອງກອງ​ກຳ​ປັ່ນ​ຢ້ຽມ​ຢາມ​ທາງ​ໄກ​ທະ​ຫານ​ເຮືອ​ຈີນ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ເທື່ອ​ນີ້ ແມ່ນ​ກາ​ນ​ຊ້ອມ​ຮົບ​ທີ່​ມີ​ເນື້ອ​ໃນ​ຊ້ອມ​ຮົບ​ຫຼາຍ​ທີ່​ສຸດ, ໃຊ້ເວ​ລາ​ດົນ​ທີ່​ສຸດ, ​ມີຂອບ​ເຂດ​ແລກ​ປ່ຽນ​ກວ້າງ​ຂວາງ​ທີ່​ສຸດ ລະ​ຫວ່າງ​ທະ​ຫານ​​ເຮືອສອງ​ປ​ະ​ເທດ​ຈີນ​ແລະ​ບັງ​ກະ​ລາ​ເດັ​ດ. ຜ່ານ​ການ​ຊ້ອມ​ຮົບ​ເທື່ອ​ນີ້, ສອງ​ຝ່າຍ​ໄດ້​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ບັນ​ຊາ​ການ​ຮ່ວມ​ແລະ​​ປະ​ສານ​ງານ​ກັນ​ຕື່ມ​ອີກ, ​ແລະ​ໄດ້​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​ຫານ​ເຮືອ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ