ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,6 ລິກ​ເຕີ​ຢູ່​ແຂວງຊຸ​ລາ​ວີ​ຊີ​ກາງ​ຂອງ​ອິນ​ໂດ​ເນ​ເຊຍ
2017-05-30 14:49:57  cri 


ຕອນ​ຄ່ຳ​ວັນ​ທີ 29 ພຶດ​ສະ​ພາ​ນີ້, ຢູ່​ແຂວງ​ຊຸ​ລາ​ວີ​ຊີກາງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ລະ​ດັບ 6,6 ລິກ​ເຕີ ໂດຍ​ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຕັ້ງ​ຢູ່ເທິງ​ບົກ​ທີ່​ຫ່າງ​ຈາກ​ເມືອງໂປ​ໂຊ​ແຂວງ​ຊຸ​ລາ​ວີ​​ຊີ​ກາງ​ໄປ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ 38 ກິ​ໂລ​ແມັດ​ແລະຫ່າງ​ຈາກປາ​ລູ ເທດ​ສະ​ບານ​ແຂວງ​ຊຸ​ລາ​ວີ​ຊີ​ກາງ​ປະ​ມານ 79 ກິ​ໂລ​ແມັດ, ແຫຼ່ງ​ກຳ​ເນີດ​ແຜ່ນ​ດິນ​ໄຫວ​ມີ​ຄວາມ​ເລິກ 10 ກິ​ໂລ​ແມັດ. ປັດ​ຈຸ​ບັນ​ຍັງ​ບໍ່​ທັນມີ​ການ​ລາຍ​ງານ​​ກ່ຽວ​ກັບຜົນ​ເສຍ​ຫາຍ​ທາງ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ເທື່ອ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ