ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ວ່າ ອີ​ຣານ​ເປັນ​ໜຶ່ງ​ໃນ​ປະ​ເທດ​ຈຸດ​ໝາຍ​ປາຍ​ທາງ​​​ແຫ່ງການ​ທ່ອງ​ທ່ຽວທີ່​ປະ​ຢັດ​ເງິນ​ທີ່​ສຸດ​ຢູ່​ໃນ​ໂລກ
2017-05-30 16:38:10  cri 
ຕາມ​ຂ່າວCRI: ຕ​າມ​ສຳ​ນັກ​ຂ່າວ​ສານ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 29 ພຶດ​ສະ​ພາ​ນີ້​ວ່າ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໃນ​ເດືອນ​ພຶດ​ສະ​ພາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ອີ​ຣານ​ເປັນ​ໜຶ່ງໃນ​ປະ​ເທດ​ຈຸດ​ໝາຍ​ປາຍ​ທາງ​​​ແຫ່ງການ​ທ່ອງ​ທ່ຽວທີ່ປະ​ຢັດ​ເງິນ​​ທີ່​ສຸດ​ຢູ່​ໃນ​ໂລກ,ເວົ້າ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ແລ້ວ​ກໍ​ເປັນ​ໜຶ່ງ​ໃນ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ການ​ທ່ອງ​ທ່ຽວ​ທີ່​ປອດ​ໄພ​ທີ່​ສຸດ​ຢູ່​ໃນ​ໂລກ.

ຕາມ​ການ​ລາຍ​ງານໃຫ້​ຮູ້​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ໄດ້​ສຳ​ຫຼວດກວດ​ກາຕໍ່​ສະ​ພາບ​ຂອງ​ປະ​ເທດ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ຂອງ​​ທົ່ວໂລກ ເຊິ່ງ​ມີ​ເນື້ອ​ໃນ​ກວມ​ເຖິງ​ຫຼາຍ​ດ້ານ​ເຊັ່ນ: ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ທ່ອງ​ທ່ຽວ,ພື້ນ​ຖານ​ໂຄງ​ລ່າງ,ການ​ບໍ​ລິ​ການ​ສາ​ທາ​ລ​ະ​ນະ,​ຄວາມ​ປອດ​ໄພ​ໃນການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ແລະ​ດ້ານ​ອື່ນໆ,​ສຸດ​ທ້າຍ​ໄດ້​ຮັບ​ອັນ​ດັບໃນ​ໂລກ​ຕາມ​ຄະ​ແນນທີ່​ບັ​ນ​ດາ​ປະ​ເທດ​ຕ່າງ​ໄດ້​ຮັບ​.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຂຽນ​ວ່າ​: ຄ່າ​ໃຊ້​ຈ່າຍ​ຂອງນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ອີ​ຣານຢູ່​ລະ​ຫວ່າງ 25 ຫາ 600 ໂດ​ລາ​ສະ​ຫະ​ລັດຕໍ່​ມື້,ເປັ​ນ​ອັນ​ດັບ​ໜຶ່ງ​ໃນ​ຈຳ​ນວນ 136 ປະ​ເທດ ແລະ​ໄດ້​ຄອງ​ຖາ​ນະ​ອັນ​ດັບ 1 ໃນ​ຂົງ​ເຂດ​ດັ່ງ​ກ່າວ​ໃນ 3 ປີ​ລຽນ​ຕິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ