ກົມ​ທ່ອງ​ທ່ຽວແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້ວ່າ: ໃນ​​ວັນພັກ​ບຸນ​ຕ່ວນ​ອູ​ສອງ​ມື້​ທຳ​ອິດ ຈຳ​ນວນ​ຜູ້​ອອກ​ໄປ​ທ່ຽວ​ມີ​ເຖິງ 66 ລ້ານ 3 ແສນ​ເທື່ອ​ຄົນ
2017-05-30 17:06:20  cri 
ຂໍ້​ມູນ​ກ່ຽວ​ກັບ​ຕະ​ຫຼາດ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ບຸນ​ຕ່ວນ​ອູ​ປີ 2017 ​ຂອງ​ກົມ​ທ່ອງ​ທ່ຽວແຫ່ງ​ຊາດ​ຈີນ​​ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ວັນ​ພັກ​ບຸນ​ຕ່ວນ​ອູສອງ​ມື້​ທຳ​ອິດທີ່​ຜ່ານ​ມາ, ​ໃນທົ່ວ​ປະ​ເທດ​ຈີນ, ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວທັງ​ໝົດ 66 ລ້ານ 3 ແສນ​ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ຈາກ​ການ​ທ່ອງ​ທ່ຽວ 26 ຕື້ 900 ລ້ານ​ຢວນ.

ຕະ​ຫຼາດ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ບຸນ​ຕ່ວນ​ອູ​ ມີ​ຈຸດ​ພິ​ເສດ​ພື້ນ​ຖານ​ດັ່ງ​ນີ້: ​ຈຳ​ນວນຜູ້​ໄປ​ທ່ຽວ​ຊານ​ເມືອງ​ເພີ່ມ​ຂຶ້ນ​ຫຼາຍກວ່າ​ເກົ່າ, ນັກ​ທ່ອງ​ທ່ຽວ​ກັບ​ບ້ານ​​ໄວກວ່າ, ລະ​ບຽບ​ການ​ຂອງ​ຕະ​ຫຼາດ​ໄດ້​​ຮັບ​ການປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ໃນ​ດ້ານ​ການ​ອອກ​ໄປ​ທ່ຽວ​ຕ່າງ​ປະ​ເທດ, ຍ້ອນ​ວ່າ ​ຈຸດ​ໝາຍ​ປາຍ​ທາງ​ແຫ່ງ​ການ​ທ່ອງ​ທ່ຽວ ເຊັ່ນ ສິງ​ກະ​ໂປ, ເຂດ​ພິ​ເສດ​ຮົງ​ກົງ, ຍີ່​ປຸ່ນ, ​ເກາະ​ບາ​ຫຼີ​ແລະ​ແຫ່ງ​ອື່ນໆ​ມີ​ເອ​ກະ​ລັກ​ການ​ທ່ອງ​ທ່ຽວ​ທີ່​ເໝາະ​ສົມ​ກັບ​ຄອບ​ຄົວ, ສະ​ນັ້ນ, ບ່ອນ​ເຫຼົ່າ​ນີ້​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຫຼາຍ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ