ເຮືອຊ່ວງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ກວາງ​ຊີ 22 ສີ​ພາຍ​ໄດ້​ແຊ໊ມ​ໃນ​ການ​ຊ່ວງ​ເຮືອ​ສາ​ກົນ​ຈີນ​-ອາ​ຊຽນ​ຄັ້ງ​ທີ 13
2017-05-31 17:08:27  cri 
ການ​ຊ່ວງ​ເຮືອ​ສາ​ກົນ​ຈີນ-ອ​າ​ຊຽນ​ຊິງ​ຂັນ "​ຫວຍ​ກິ​ລາ​ຈີນ"ຄັ້ງ​ທີ 13 ໄດ້​ຈັດ​ຂຶ້ນ​ຢູ່​ສວນ​ສາ​ທາ​ລະ​ນະ​ໜານ​ຫູເມືອງ​ນານ​ນິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ນີ້​ໂດຍ​ມີສີ​ພາຍ​ຈາກໄທ,ອິນ​ໂດ​ເນ​ເຊຍ​ພ້ອມ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ຮ່ວມ​ແຂ່ງ​ຂັນ​ກັບສີ​ພາຍຊາວ​ຈີນ 60 ກວ່າ​ທີມ​ໂດຍ​ທີມ​ຊ່ວງ​ເຮືອອິນ​ໂດ​ເນ​ເຊຍ12ສີ​ພາຍ​ສາ​ກົນ​ໂອ​ເພິນ​ໄດ້​ແຊ໊ມ​ໃນ​ລາຍ​ການ 200 ແມັດ​​ຂະ​ນະ​ທີ່ທີມ​ມະ​ຫາ​ວິ​ທະ​ຍາ​​ໄລຊົນ​ເຜົ່າ​ກວາງ​ຊີ 22 ສີ​ພາຍ​ໄດ້​ແຊ໊ມ​ໃນ​ລາຍ​ການ 200 ແມັດ.

ທ່ານ​ກ່າວ​ສຽງ ຮອງ​ຫົວ​ໜ້າ​ພະ​ແນກ​ກິ​ລາ​ເມືອງ​ນານ​ນິງບອກ​ນັກ​ຂ່າວ​ວ່າ: ​ນີ້​ເປັນ​ເທື່ອ​ສຸດ​ທ້າຍ​ທີ່ການ​ຊ່ວງ​ເຮືອ​ສາ​ກົນ​ຈີ​ນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ເຂດ​ນ້ຳ​ສວນ​ສາ​ທາ​ລະ​ນະ​ໜານ​ຫູ ແລະ​ເລີ່ມ​ແຕ່​ປີ​ໜ້າ​ເປັນ​ຕົ້ນ​ໄປ ຈະ​ໄປ​ຈັດຢູ່​ແມ່​ນ້ຳ​ຢົ່ງ​ຈ່ຽງ​ໂດຍ​ການ​ຊ່ວງ​ເຮືອ​ຢູ່​ແມ່​ນ້ຳ​ຢົ່ງ​ຈ່ຽງ​ທີ່​ສວຍ​ສົດ​ງົດ​ງາມຈະ​ປະ​ສົມ​ປະ​ສານ​ເຂົ້າ​ກັບວັດ​ທະ​ນະ​ທຳ,ການ​ທ່ອງ​ທ່ຽວ,ກິ​ລາ​ແລະ​ການ​ບັນ​ເທີງ ແລະ​ກາຍ​ເປັນການ​ສັງ​ສັນ​ກິ​ລາ​​ໜ້າ​ນ້ຳ, ເປັນ​ເວ​ທີ​ສະ​ແດງ​ກິ​ລາ​ພື້ນ​ເມືອງ​ແລະ​ເປັນ​ປ່ອງ​ຢ້ຽມ​ສະ​ແດງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ