ທ່ານ ຣຸ​ຮາ​ນີ ຈະ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ​ໃນ​ເດືອນ​ສິງ​ຫາ​ປີ​ນີ້
2017-05-31 11:11:17  cri 
ຕາມ​ຂ່າວCRI: ​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງທາງ​ການ​ອີ​ຣານ​ຢືນ​ຢັນ​ໃນ​ວັນ​ທີ 30 ພຶດ​ສະ​ພາ​ນີ້​ວ່າ: ​ຈາກຜົນ​​ສຳ​ເລັດ​ໃນການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ປະ​ເທດ​ຕົນໃນ​ວັນ​ທີ 19 ​ເດືອນ​ດຽວ​ກັນ​ໂດຍທ່ານ ຮັດ​ຊັນ ຣຸ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີທີ່​ຊະ​ນະ​ເລືອກ​ຕັ້ງ​ນັ້ນ, ທ່ານ​ຈະ​ເຂົ້າ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ​ໃນ​ເດືອນ​ສິງ​ຫາ​ປີ​ນີ້.

ທ່ານ ອາ​ຮາ​ມັດ ຟາ​ຣາ​ຮາ​ນີ ສະ​ມາ​ຊິກ​ຄະ​ນະ​ປະ​ທານ​ລັດ​ຖະ​ສະ​ພາ​ອີ​ຣານກ່າວ​ວ່າ: ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ສຸ​ຮາ​ນີ ​ຈະ​ຈັດ​ຂຶ້ນ​ ຫຼັງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ຈາກ​ທ່ານ ອາ​ຢາ​ໂຕນ​ລາ​ຮ໌ ເຊ​ເຢັດ ອາ​ລີ ຄາ​ເມ​ເນ ຜູ້​ນຳ​ສູງ​ສຸດ​​ອີ​ຣານແລ້ວ 4-5 ວັນ​ແລະຫຼັງ​ຈາກ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ແລ້ວ, ທ່ານ​ຕ້ອງ​ໄດ້​ສະ​ເໜີລາຍ​ຊື່​ຄະ​ນະ​ລັດ​ຖະ​ບານ​ຊຸດ​ໃໝ່ຕໍ່​ລັດ​ຖະ​ສະ​ພາ​ພາຍ​ໃນ​ສອງ​ອາ​ທິດ.​ຂະ​ນະ​ທີ່​ລັດ​ຖະ​ສະ​ພາ​ອີ​ຣານ​ຈະ​ກວດ​ສອບ​ລາຍ​ຊື່​ດັ່ງ​ກ່າວ​ໃນ​ເວ​ລາ 1 ອາ​ທິດ​ແລະ​ຈະ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເປັນ​ຂັ້ນ​ສຸດ​ທ້າຍ.

ໃນ​ການ​ເລືອກ​ຕັ້ງ​ນັ້ນ, ທ່ານ ຮັດ​ສ໌​ຊັນ ຣຸ​ຮາ​ນີ ໄດ້​ຮັບ​ຄະ​ແນນ​ສຽງ 23 ລ້ານກວ່າ​ຄະ​ແນນ​ເຊິ່ງກວມ​ເອົາ 57% ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັງ​ໝົດ 41 ລ້ານກວ່າ​ຄົນ ແລະ​ຈະ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ອີກວາ​ລະ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ