ອິນ​ໂດ​ເນ​ເຊຍ​ຄວນ​ກຳ​ໂອ​ກາດ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ການ​ພັດ​ທະ​ນາ
2017-05-31 10:58:21  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ທ່ານ​ໂທ​ມາ​ສ ແລັມ​ບົງ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ມໍ່ໆ​ນີ້​ວ່າ, ອິນ​ໂດ​ເນ​ເຊຍ​ຄວນ​ກຳ​ໂອ​ກາດ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຕົນ.

ທ່ານ​ໂທ​ມາ​ສ​ກ່າວ​ວ່າ, ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ໝູ່​ເກາະ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ແລະ​ກໍ​ແມ່ນ​ປະ​ເທດ​ທາງ​ຜ່ານ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ. ປັດ​ຈຸ​ບັນ, ລັດ​ຖະ​ບານ​ອິນ​ໂດ​ເນ​ເຊຍ​ພວມ​ວາງ​ແຜນ​ແລະ​ກະ​ກຽມ​ສ້າງ​ເຂດ​ເສດ​ຖະ​ກິດກວມ​ລວມ​ຄົບ​ວົງ​ຈອນ​ໜຶ່ງ​ຫາ​ສອງ​ແຫ່ງ​ທີ່​ຄ້າຍ​ຄື​ກັບ "ແລວ​ທາງ​ເສດ​ຖະ​ກິດ​ຈີນ-ປາ​ກິ​ສະ​ຖານ" ໂດຍ​ອີງ​ໃສ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ໂທ​ມາ​ສ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ລະ​ຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ທີ່​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ ທັງ​ໄດ້​ກ່າວ​ວ່າ, ຫຼາຍ​ປີ​ຜ່ານ​ມາ,  ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ເປັນ​ສ່ວນ​ສຳ​ຄັນ​ເຮັດ​ໃຫ້​ລາຍ​ຮັບ​ງົບ​ປະ​ມານ​​ເພີ່ມ​ຂຶ້ນ ແລະ​​ກໍ​ຫວັງ​ວ່າ​ຈີນ​ຈະ​ເຂົ້າ​ໄປ​ລົງ​ທຶນ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ