ຣັດ​ເຊຍ​ຍິງ​ລູກ​ສອນ​ໄຟ​ຖະ​ຫຼົ່ມເປົ້າ​ໝາຍກຸ່ມ​ຫົວ​ຮຸນ​ແຮງຢູ່​ຊີ​ຣີ
2017-06-01 16:25:46  cri 


ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ໄດ້​ໃຫ້​ຮູ້​ວ່າ: ກອງ​ທັບ​ເຮືອ​ປະ​ເທດ​ຕົນໄດ້​​ຍິງ​ລູ​ກ​ສອນ​ໄຟ​ 4 ລູກ​ຖະ​ຫຼົ່ມ​ກຸ່ມ​ຫົວ​ຮຸນ​ແຮງ IS ຢູ່​ເຂດ​ພາ​ໄມ​ຣາ​ປະ​ເທດ​ຊີ​ຣີ​ຈາກ​ເຮືອ​ຮົບ Admiral Essen ແລະ ເຮືອ​ດຳ​ນ້ຳ "ຄ​ລາ​ສ໌​ໂນ​ດາ".


ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ເນັ້​ນ​ວ່າ: ຜ່ານ​ກົນ​ໄກ​ປະ​ສານ​ງານ​ໃນ​ປັດ​ຈຸ​ບັນ, ປະ​ເທດ​ຕົນໄດ້​ແຈ້ງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ໃຫ້​ອາ​ເມ​ລິ​ກາ,ຕວກ​ກີ​ແລະ​ອິ​ສ​ລາ​ແອນ​ຮູ້.


ໃນ​ມື້​ດຽວ​ກັນ,ສຳ​ນັກ​ຂ່າວ​ສານ​ຣັດ​ເຊຍ​ໄດ້​ລາຍ​ງານ​ວ່າ: ເມື່ອ​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ,ກອງ​ທັບ​ເຮືອ​ຣັດ​ເຊຍ​ຍິງ​ລູກ​ສອນ​ໄຟ​ຖະ​ຫຼົ່ມ​ຜູ້​ກໍ່​ການ​ຮ້າຍ​ຂອງ​ຊີ​ຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ