ເດືອນ​ເມ​ສາ​ຜ່ານ​ມາ ​ຈີນ​ໄດ້​ບັນ​ລຸການ​ຄ້າ​ສິນ​ຄ້າ​ແລະ​ບໍ​ລິ​ການ​ສາ​ກົນ 160 ຕື້ຢວນ
2017-06-01 16:17:30  cri 
    ຕາມ​ຂ່າວ​ສາ​ນ​ຊິນ​ຮ​ວາ: ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ​ຈີນ ເປີດ​ເຜີຍ​ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ວ່າ, ເດືອນ​ເມ​ສາ​ຜ່ານ​ມາ, ຈີນ​ໄດ້​ດຸນການ​ຄ້າ​ສິນ​ຄ້າ​ແລະ​ບໍ​ລິ​ການ​ສາ​ກົນ​ 161 ຕື້ 100 ລ້ານຢວນ ຫຼື 23 ຕື້ 400 ລ້ານ​ໂດ​ລາ, ໃນ​ນີ້​ໄດ້​ດຸນການ​ຄ້າ​ສິນ​ຄ້າ 287 ຕື້ 200 ລ້ານຢວນ ຫຼື 41 ຕື້ 700 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 36,4% ເມື່ອ​ທຽບ​ໃສ່​ເດືອນ​ມີ​ນາ​ຜ່ານ​ມາ. ແນວ​ໃດ​ກໍ​ດີ, ປະ​ເທດ​ຕົນ​ໄດ້​ຂາດ​ດຸນການ​ຄ້າ​ບໍ​ລິ​ການ18 ຕື້ 300 ລ້ານ​ໂດ​ລາ.

    ໃນ​ມື້​ດັ່ງ​ກ່າວ, ອົງ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ ຍັງ​ໄດ້​ເປີດ​ເຜີຍ​ຂໍ້​ມູນການ​ລົງ​ທຶນ​ເປັນ​ຫຼັກ​ຊັບ​ຂອງ​ຈີນ​ຕໍ່​ຕ່າງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ທ້າຍ​ປີ​ຜ່ານ​ມາ ຄື​ບັນ​ລຸ 359 ຕື້ 600 ລ້ານ​ໂດ​ລາ ເຊິ່ງ​ໄດ້​ລົງ​ທຶນຫຼາຍ​ທີ່​ສຸດ​ຢູ່​ອາ​ເມ​ລິ​ກາ, ຮົງ​ກົງ​ຈີນ, ໝູ່​ເກາະ​ຄາ​ຍ​ມານ, ໝູ່​ເກາະ​ວິວ​ກິງ​ທີ່​ຂຶ້ນ​ກັບ​ອັງ​ກິດ ແລະ​ອັງ​ກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ