ຮົງ​ກົງ​ຖືກຈັດ​ໃຫ້​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​ກຳ​ລັງ​ແຂ່ງ​ຂັນຫຼາຍກວ່າ​ໝູ່​ໃນ​ໂລກ​ໃນ​ສອງ​ປີ​ຕິດ​ຕໍ່​ກັນ
2017-06-01 16:22:33  cri 
    ຕາມ​ຂ່າວ​ສານ​ຈີນ: ສະ​ຖາ​ບັນ​ຄຸ້ມ​ຄອງ​ສາ​ກົນ​ໂລ​ຊັງ​ສະ​ວິ​ສ ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ກ່ຽວ​ກັບ​ກຳ​ລັງ​ແຂ່ງ​ຂັນ​ຂອງ​ໂລກ​ປີ 2017" ໃນ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ​ວ່າ, ຮົງ​ກົງ​ຍັງ​ຄົງ​ສື​ບ​ຕໍ່​ຄອງອັນ​ດັບ​ໜຶ່ງ​ຈາກ 63 ກຸ່ມ​ເສດ​ຖະ​ກິດ​ທົ່ວ​ໂລກ​ທີ່​ຖືກ​ຈັດ​ອັນ​ດັບ, ຖັດ​ມາ​ແມ່ນ​ສະ​ວິ​ສ, ສິງ​ກະ​ໂປ ແລະ​ອາ​ເມ​ລິ​ກາ. ນີ້​ແມ່ນ​ເທື່ອ​ທີ​ສອງ​ທີ່​ຮົງ​ກົງ​ໄດ້​ຖືກ​ຈັດ​ໃຫ້​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ມີ​ກຳ​ລັງ​ແຂ່ງຫຼາຍກວ່າ​ໝູ່​ຂອງ​ໂລກ.

    ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​​ຈັດ​ອັນ​ດັບ​ທຸກໆ​ກຸ່ມ​ເສດ​ຖະ​ກິດ​ຕາມ 4 ປັດ​ໄຈ​ກຳ​ລັງ​ແຂ່ງ​ຂັນ​ຄື: ​ສະ​ພາບການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ, ປະ​ສິດ​ທິ​ພາບ​ຂອງ​ລັດ​ຖະ​ບານ, ປະ​ສິດ​ທິ​ພາບ​ດ້ານ​ທຸ​ລະ​ກິດ​ການ​ຄ້າ ແລະ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ, ຮົງ​ກົງ​ໄດ້​ຈາກ​ທີ 5 ຫຼຸດ​ລົງ​ເປັນ​ທີ 11 ໃນ​ດ້ານສະ​ພາບ​ການເຕີບ​ໂຕ​ຂອງ​ເສດ​ຖະ​ກິດ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຮົງ​ກົງ​ອ່າວ​ຊ້າ​ໜ້ອຍ​ໜຶ່ງ​ເມື່ອ​ທຽບ​ໃສ່ ປີ 2015 ຫຼັງ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຄວາມບໍ່​ໝັ້ນ​ທ່ຽງຈາກ​ພາຍນອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ