ເມືອງ​ສີ​ຊຸນ​ແຂວງ​ຫູ​ເປີຍ​ສົ່ງ​ເສີມຂະ​ແໜງ​ການ​ປູກພືດ​ເປັນ​ຢາ
2017-06-02 16:31:21  cri 

ການຮົມ​ຢາ​ເປັນ​ວິ​ທີ​ປິ່ນ​ປົວ​​ພື້ນ​ເມືອງ​ຈີນ​ທີ່​​ມີ​ມາ​ແຕ່​​ດຶກ​ດຳ​ບັນ​ໂດຍ​ໃຊ້​ຕົ້ນອ້າຍ​ສ້າວ(​ຊື່​ວິ​ທະ​ຍາ​ສາດArtemisia argyi)ເປັນວັດ​ຖຸ​ດິບ​ຕົ້ນ​ຕໍ.

ເມືອງ​ສີ​ຊຸນ ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ແຂວງ​ຫູ​ເປີຍ​ເປັນ​ບ້ານ​ເກີດ​ຂອງ​ທ່ານຫຼີ​ສື​ເຈິ່ນ ​ໝໍຢາ​ທີ່​ມີ​ຊື່​ສຽງ​​ໃນສະ​ໄໝ​ລາ​ຊະ​ວົງ​ມິງຂອງ​ຈີນ(ປີ1368-1644) ແລະ​ມີ​ປະ​ຫວັດ​ສາດ​ການ​ຢາ​ຈີນ​​ມາ​ຢ່າງຍາວ​ນານ. ​ເພື່ອ​ເລີ່ມ​ຂະ​ຫຍາຍ​ມູນ​ເຊື້ອ​ດັ່ງ​ກ່າວ​ໂດຍ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ເມືອງ​ດັ່ງ​ກ່າວ​ໄດ້​ພະ​ຍາ​ຍາມ​​ຂຸດ​ຄົ້ນທ່າ​ແຮງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຫັນ​ມາ​ເປັນ​ທ່າ​ແຮງອຸດ​ສາ​ຫະ​ກຳ​ໂດຍ​ການ​ສົ່ງ​ເສີມຂະ​ແໜງ​ການ​ຮັກ​ສາ​ສຸ​ຂະ​ພາບ​​ໂດຍ​ນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ໄດ້​ເອົາ​ຕົ້ນ​ອ້າຍ​ສ້າວ(ພືດ​ໃນ​ຕະ​ກຸນດອກ​ຕາ​ເວັນ)​ເປັນ​ຈຸດ​ບຸກ​ທະ​ລຸໂດຍ​ຕັ້ງ​ເປົ້າ​ສ້າງມູນ​ຄ່າ​​ໃຫ້​ໄດ້ 10 ຕື້​ຢວນ​ແລະ​ສ້າງ​ເປັນ​ເມືອງ​ອ້າຍ​ສ້າວ​ຂອງ​ຈີນດ້​ວຍ​ການ​ວາງ​ນະ​ໂຍ​ບາຍ​ສະ​ໜັບ​ສະ​ໜູນ​ການ​​ສົ່ງ​ເສີມ​ແລະພັດ​ທະ​ນາ​ຂະ​ແໜງ​ການ​ດັ່ງ​ກ່າວ.

ຫຼັງ​ພັດ​ທະ​ນາ​ມາ​ໄດ້​ບໍ່​ເທົ່າ​ໃດ​ປີ, ຂະ​ແໜງ​ການ​ອ້າຍ​ສ້າວ​ໄດ້​ບັນ​ລຸ​ການກ້າວ​ກະ​ໂດດ​ຄື​ເລີ່ມຈາກ​ນ້ອຍ​ຫາ​ໃຫຍ່,ຈາກ​ແບບ​ເອ​ກະ​ເທດ​ມາ​ສູ່​ການ​ລວມ​ສູນ,ຈາກ​ການ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ພຽງ​ຢ່າງ​ດຽວ​​ມາ​ສູ່​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຕ່ອງ​ໂສ້​ແລະ​ກ້າວ​ມາ​ສູ່​ການ​ເປັນ​ຂະ​ແໜງ​ການ​ເສົາ​ຄ້ຳ​ໃໝ່​ຂອງ​ເມືອງ​ສີ​ຊຸນ​ທັງ​ກາຍ​ເປັນ​ນາມ​ບັດ​ຂອງ​ເມືອງ​ນີ້​ອີກ​ດ້ວຍ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ