ວັນທີ 2 ມິຖຸນານີ້ ສະພາມົນຄີຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ເປັນເອກະສັນກັນຜ່ານມະຕິ ຕິຕຽນ ສປປ ເກົາຫຼີ ທີ່ດຳເນີນການເຄື່ອນໄຫວນິວເຄຣຍ ແລະຈັດເອົາສ່ວນບຸກຄົນ ແລະອົງການຈັດຕັ້ງຫຼາຍກວ່າເກົ່າເຂົ້າໃນບັນຊີລົງໂທດ.
ອີງຕາມມະຕິດັ່ງກ່າວ, ສປປ ເກົາຫຼີ ມີ 14 ຄົນຖືກຈັດເຂົ້າບັນຊີຫ້າມໂດຍສານແລະງົດບັນຊີການເງິນ, ແລະອົງການຈັດຕັ້ງ 4 ອົງການຖືກຈັດເຂົ້າບັນຊີງົດບັນຊີການເງິນ.