ການ​ທົດ​ລອງ​ທີ່ຈີນອອກ​ແບບ ບິນ​ໄປ​ສູ່ສະ​ຖາ​ນີ​ອາ​ວະ​ກາດ​ສາ​ກົນ​ເປັນ​ເທື່ອ​ທຳ​ອິດ
2017-06-04 17:14:16  cri 
ວັນ​ທີ 3 ມິ​ຖຸ​ນາ​ນີ້, ບໍ​ລິ​ສັດ​ເຕັກ​ນິກ​ຊອກ​ຄົ້ນ​ອາ​ວະ​ກາດ​ອາ​ເມ​ລິ​ກາ ຫຼື ບໍ​ລິ​ສັດ SpaceX ໄດ້​ໃຊ້​ຈະ​ຫຼວດ "Falcon 9" ​ສົ່ງຍານ​ອາ​ວະ​ກາດ​ຂົນ​ສົ່ງວັດ​ຖຸ "ມັງ​ກອນ"​ຂຶ້ນ​ສູ່​ອາ​ວະ​ກາດ ເຊິ່ງ​ໄດ້ສົ່ງເຄື່ອງ​ຕ້ອງ​ການ​ໃຫ້​ນັກ​ບິນ​ອາ​ວະ​ກາດ​ແລະ​ອຸ​ປະ​ກອນ​ການ​ທົດ​ລອງ​ໃຫ້​ສະ​ຖາ​ນີ​ອາ​ວະ​ກາດ​ສາ​ກົນ​ເປັນ​ຄັ້ງ​ທີ 11, ໃນ​ນັ້ນ ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ການທົດ​ລອງລາຍ​ໜຶ່ງ​ທີ່​ຈີນ​​ອອກ​ແບບເອງ ​ໄດ້ບິນ​ໄປ​ສູ່​ສະ​ຖາ​ນີອາ​ວະ​ກາດ​ສາ​ກົນ​ເປັນ​ຄັ້ງ​ທຳ​ອິດ.

ເວ​ລາ 5 ໂມງ 7 ນາ​ທີ ວັນ​ທີ 4 ມິດ​ຖຸ​ນາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ຈະ​ຫຼວດ "Falcon 9" ຂອງ​ບໍ​ລິ​ສັດ SpaceX ໄດ້​​ບິນ​ຂຶ້ນ​ສູ່​ອາ​ວະ​ກາດ​ຈາກສະ​ຖາ​ນີ​ຍິງ​ສົ່ງ 39A ​ທີ່​ແຫຼມກາ​ນາ​ເວ​ຣາວ (Cape Canaveral) ຂອງ​ລັດ​ໂຟຼ​ຣິ​ດາ. ຢູ່​ເທິງ​ຍານ​ອາ​ວະ​ກາດ, ໄດ້​ບັນ​ຈຸ​ວັດ​ຖຸ 2700 ກິ​ໂລ.

ທ່ານ​ນາງຄາ​ເຊິ​ຣິນ ຮາມ​ເບຼ​ຕັນ (KathrynHambleton) ໂຄ​ສົກ​ກົມ​ການ​ບິນ​ອາ​ວະ​ກາດ ຫຼື NASA ໄດ້​ອາ​ເມ​ລິ​ກາ​ຢືນ​ຢັນ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຊິ່ນ​ຮ​ວາ​ວ່າ, ໂຄງ​ການ​ທົດ​ລອງ​ທີ່​ອອກ​ແບບ​ໂດຍ​ທິມ​ງານ​ຂອງ​ສາ​ສະ​ດາ​ຈານ​ເຕີ້ງ​ອີ້​ລິນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລວິ​ທະ​ຍາ​ສາດເຕັກ​ນິກ​ປັກ​ກິ່ງ ກໍ່​ໄດ້​ຖືກ​ນຳ​ເອົາ​ໄປ​ສູ່​ອາ​ວະ​ກາດ​ດ້ວຍ​ຍານ​ອາ​ວະ​ກາດ "ມັງ​ກອນ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ