ການ​ແຂ່ງ​ຂັນ "ໝາກ​ລິ້ນ​ຈີ່​"​ຢູ່​ເມືອງ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ຂອງ​ຈີນ
2017-06-05 17:10:56  cri 


ວັນ​ທີ 3 ມິ​ຖຸ​ນາ​ນີ້, ​ການ​ແຂ່ງ​ຂັນໝາກ​ລິ້ນ​ຈີ່​ໃຫຍ່​ໂຫ້​ຊ່ານ​ເມືອງ​ໄຫ​ໂຂວ​ໄດ້​ຈັດ​ຂຶ້ນ​ຢູ່ຕາ​ແສງໂຢງ​ຊິ່ງ​ເຂດ​ຊີ້ວ​ຢິ່ງ​ເມືອງ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ຂອງ​ຈີນ​ຫຼັງ​ກະ​ສິ​ກອນ 16 ຄົນ​ໄດ້​ນຳ​ເອົາ​ຜົນ​ຜະ​ລິດ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ແລະ​ຫຼັງ​ຕັດ​ສິນ, ນາງ ຫວາງ​ຮົງ​ລວນ ທີ່​​ມີ​ປະ​ສົບ​ການ​ປູກ​ໝາກ​ລິ້ນ​ຈີ່​​ມາເປັນ​ເວ​ລາ 15 ປີ​ກໍ​ໄດ້​ຮັບນາມ​ມະ​ຍົດ​ເປັ​ນ​ " ​ເຈົ້າ​ແມ່​ແຫ່ງ​ໝາກ​ລິ້ນ​ຈີ່ " ໂດຍໝາກ​ລິ້ນ​ຈີ່​ທີ່​ນາງ​ນຳ​ມາ​ເຂົ້າ​ຮ່ວມ​ແຂ່ງ​ຂັນ​ແມ່ນແນວ​ພັນ "ສື້​ນຽງ​ສີ" ເຊິ່ງ​​ເປັນ​ແນວ​ພັນ​ທີ່​ໝາກ​ໃຫຍ່​ທີ່​ສຸດ​ໂດຍໜ່ວຍ​ໜຶ່ງ​ມີ​ນ້ຳ​ໜັກ​ເຖິງ 100 ກ​ຣາມ, ໃຫຍ່ກວ່າ​ໄຂ່​ໄກ່​. ​ນີ້​ຄື​ພາບ​​ໝາກ​ລິ້ນ​ຈີ່​ທີ່​ນາງ​ນຳ​ມາ​ເຂົ້າ​ຮ່ວມ​ແຂ່ງ​ຂັນ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ