ວັນທີ 3 ມິຖຸນານີ້, ເມືອງເຣັກລາຂອງນະຄອນຫຼວງລາຮາວານປະເທດກູບາໄດ້ຈັດພິທີລະນຶກຄົນຈີນຊຸດທຳອິດທີ່ເດີນທາງໄປເຖິງກູບາຄົບຮອບ 170 ປີ. ທ່ານມາເຜີຍຮວາ, ຮອງປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທັງເປັນປະທານສະມາຄົມມິດຕະພາບອາເມລິກາລາຕິນແລະກາລາບີພ້ອມຄະນະຜູ້ແທນໄດ້ເຂົ້າຮ່ວມພິທີດັ່ງກ່າວ.