ອັ​ຟກາ​ນິສະຖານ​ຈັບ​ຜູ້​ຕ້ອງຫາ 12 ຄົນ​ທີ່​ສົງ​ໄສ​ກໍ່​ເຫດ​ລະ​ເບີດ​​ຢູ່​ກາ​ບູນ
2017-06-05 16:37:10  cri 
ຕາມ​ຂ່າວສານ​ຊິນ​ຮວາ: ສື່​ອັ​ຟກາ​ນິສະຖານ​ລາຍ​ງານ​ໃນ​ວັນ​ທີ 4 ມິ​ຖຸນາ​ນີ້​ວ່າ,ອົງການ​ຂ່າວ​ລັບ​ອັຟກາ​ນິສະຖານ​ໄດ້​ຈັບ​ຜູ້​ຕ້ອງ​ຫາ 12 ຄົນ​ທີ່​ສົງ​ໄສ​ເຂົ້າ​ຮ່ວມ​​ກໍ່​ເຫດ​ລະ​ເບີດຢ່າງ​ລຽນຕິດ​​ໃນ​ວັນ​ທີ 3 ມິຖຸນາ​ນີ້ຢູ່​ເຂດ​ພາກ​ເໜືອ​ກາ​ບູນ​ສົ່ງ​ຜົນ​ເຮັດ​ໃຫ້ຢ່າງ​ໜ້ອຍ​ມີ​ຜູ້​ໂຈມ​ຕີ​ແບບ​ຂ້າ​ໂຕ​ຕາຍ 3 ຄົນ​ທີ່​ປົນ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ເຂົ້າ​ຮ່ວມ​ພິທີ​ປົງ​ສົບ​ໃນ​ຂະນະ​ນັ້ນ​ແລະ​ລະ​ເບີດ​ດ້ວຍລູກ​ລະ​ເບີດ​ທີ່​ມັດ​ໃສ່​​ໂຕ​.
ຂ່າວ​ລາຍ​ງານ​ວ່າ,​ເຫດ​ລະ​ເບີດ​​ໃນ​ວັນ​ທີ 3 ມິຖຸນາ​ນີ້​ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍ 20 ຄົນ​ເສຍ​ຊີວິດ​ແລະ 87 ຄົນ​ບາດ​ເຈັບ.ນັກ​ການ​ເມືອງ​ຫຼາຍທ່ານ​ລວມທັງ​ທ່ານ​ອັບ​ດຸນ​ລາ ຫົວໜ້າ​ເຈົ້າ​ໜ້າ​ທີ່ບໍລິຫານ​ງານ​ອັຟກາ​ນິສະຖານ​ກໍ​ຢູ່​ບ່ອນ​ເກີດ​ເຫດ​ໃນ​ຂະນະ​ນັ້ນ,​ແຕ່​ໂຊກ​ດີທີ່​ທ່ານ​​ລອດ​ຊີວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ