4 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ກາງ​ປະກາດ​ຕັດ​ສາຍສຳພັນ​ການ​ທູດ​ກັບກາ​ຕາ
2017-06-05 16:49:01  cri 
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 5 ມິຖຸນາ​ນີ້,ບາ​ເລນ,ອາຣະບີ​ຊາ​ອຸ​ດິດ,ສະຫະລັດອາຣັບ​ເອມິ​ເຣດ​ແລະ​ເອຢິບ​​ໄດ້​ປະກາດ​ຕັດ​ສາຍສຳພັນ​ການ​ທູດ​ກັບກາ​ຕາ​​ຫຼັງ​ເຫັນ​ວ່າກາ​ຕາ​ໄດ້​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ລັດທິ​ກໍ່​ການ​ຮ້າຍ​ແລະ​ທຳລາຍ​ສະຖານະ​ການ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ.
ລັດຖະບານ​ບາ​ເລນ​ປະກາດ​ໃນ​ວັນ​ທີ 5 ​ເດືອນ​ນີ້​ວ່າ,​ໄດ້ຕັດ​ສາຍສຳພັນ​ການ​ທູດ​ກັບກາ​ຕາ​ແລະ​ເອີ້ນ​ເຈົ້າ​ໜ້າ​ທີ່​ການ​ທູດ​ປະ​ເທດ​ຕົນ​ປະຈຳກາ​ຕາ​ກັບ​ຄືນ​ປະ​ເທດ​ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ການ​ທູດ​ກາ​ຕາ​ປະຈຳ​ປະ​ເທດ​ຕົນ​ອອກ​ປະ​ເທດ​ພາຍ​ໃນ 48 ຊົ່ວ​ໂມງຂະນະ​ທີ່ກະຊວງ​ການ​ຕ່າງປະ​ເທດ​ເອຢິບກໍ​ໄດ້​ປິດ​ການ​ຕິດ​ຕໍ່​ທາງ​ທະ​ເລ​ແລະ​ທາງ​ອາກາດ​ກັບ​ກາ​ຕາ.ສ່ວນລັດຖະບານ ອາຣາບີ​ຊາ​ອຸ​ດິດກໍປະກາດ​ຈະ​ປິດ​ການ​ຕິດ​ຕໍ່​ທາງ​ບົກ,ທາງ​ທະ​ເລ​ແລະ​ທາງອາກາດ​ກັບກາ​ຕາ​ເຊັ່ນ​ດຽວ​ກັນ.​ແນວ​​ໃດ​ກໍ​ດີ,
ມາ​ເຖິງ​ປັດຈຸບັນ,ກາ​ຕາ​ຍັງ​ບໍ່​ທັນ​ມີ​ປະຕິກິລິຍາ​ໃດໆ​ຕໍ່​ການ​ປະກາດ​ຕັດ​ສາຍສຳພັນ​ຈາກ 4 ປະ​ເທດ​ດັ່ງກ່າວ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ