ຄາດ​ວ່າ​ແຕ່​ລະ​ປີ​ມີ​ຄົນ​ຈີນເກືອບ 6 ລ້ານຄົນ​ໄປ​ທ່ຽວ​ເອີ​ຣົບ
2017-06-05 16:09:40  cri 
    ບໍ​ລິ​ສັດ​ທ່ອງ​ທ່ຽວຊີ​ທ​ຣິບ ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ທ່າອ່ຽງຄົນ​ຈີນ​ໄປ​ທ່ຽວ​ເອີ​ຣົບ 2017-2018" ສະ​ບັບຫຼ້າ​ສຸດ​​ຊີ້​ໃຫ້​ເຫັນ​ວ່າ, ໃນ​ສອງ​ປີ​ຕໍ່​ໜ້າ, ຈະ​ມີ​ຄົນ​ຈີນ​ໄປ​ທ່ຽວ​ເອີ​ຣົບ​ແຕ່ 5 ລ້ານ 5 ແສນ ເຖິງ 6 ລ້ານ​ເທື່ອ​ຄົນ​ຕໍ່​ປີ ແລະ​ຈະ​ໃຊ້​ຈ່າຍຫຼາຍກວ່າ 2 ໝື່ນ 5 ພັນ​ຢວນ​ຕໍ່​ຄົນ. ຈາກນີ້ ຈຶ່ງ​ຄາດ​ວ່າ ຍອດ​ຈຳ​ນວນ​ການ​ໃຊ້​ຈ່າຍໃນ​ການ​ທ່ອງ​ທ່ຽວ ຈະ​ບັນ​ລຸ​ເຖິງ 150 ຕື້ຢວນ.

    ບົດ​ລາຍ​ງານ​ຊີ້​ເຫັນ​ວ່າ, ປີນີ້, ​ຄົນ​ຈີນ​ໄປ​ທ່ຽວ​ເອີ​ຣົບ​ນັ້ນ ​ດີ​ຂຶ້ນ​ຢ່າງ​ຮອບ​ດ້ານ ໂດຍ​ເຫັນ​ໄດ້​ຈາກ​ໃບ​ສັ່ງ​ຈອງ​ການ​ທ່ອງ​ທ່ຽວ​ຂອງ​ບໍ​ລິ​ສັດ​ຊີ​ທ​ຣິບໃນໄຕ​ມາດ​ທຳ​ອິດ​ ​ຄົນ​ຈີນ​ໄປ​ທ່ຽວ​ເອີ​ຣົບ ໄດ້​ເພີ່ມ​ຂຶ້ນກວ່າ 100% , ​ຄາດ​ວ່າ ໝົດ​ປີນີ້ ຈະ​ບັນ​ລຸ 5 ລ້ານ 5 ແສນ ເທື່ອ​ຄົນ.

    ບົດ​ລາຍ​ງານ​ລະ​ບຸ​ວ່າ, ຄົນ​ຊັ້ນ​ກາງ​ຂອງ​ຈີນ​ນັບ​ເປັນ​ຮ້ອຍ​ລ້ານ ພວມ​ຫັນ​ຈາກ​ການ​ທ່ອງ​ທ່ຽວ​ອາ​ຊີໄປ​ສູ່​ການ​ທ່ຽວ​ເອີ​ຣົບ ໂດຍ​ຈະ​ກາຍ​ເປັນ​ກຸ່ມ​ຄົນ​ບໍ​ລິ​ໂພກ​ຕົ້ນ​ຕໍ​ກຸ່ມ​ໜຶ່ງ​ຢູ່​ເອີ​ຣົບ ໂດຍ​ສະ​ເພາະ​ຕະຫຼາດ​ສິນ​ຄ້າ​ຟຸມ​ເຟືອຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ