ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານສິ່ງ​ແວດ​ລ້ອມປີ 2016
2017-06-06 11:13:24  cri 
ວັນ​ທີ 5 ມິ​ຖຸ​ນາ​ນີ້, ກະ​ຊວງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານສະ​ພາບ​ແວດ​ລ້ອມ​ປີ 2016 ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປີ 2016, ໃນ​ 74 ຕົວ​ເມືອງ​ທີ່​ໄດ້ປະ​ຕິ​ບັດການ​ຕິດ​ຕາມ​ວັດ​ແທກ​ສະ​ພາບອາ​ກາດ​ຕາມ​ມາດ​ຕະ​ຖານ​ຄຸ​ນ​ນະ​ພາບ​ອາ​ກາດ​ສິ່ງ​ແວດ​ລ້ອມ​ໃໝ່​ໄລ​ຍະ​ທຳ​ອິດ​ນັ້ນ​ເຫັນ​ວ່າ  ອັດ​ຕາ​​ຈຳ​ນວນມື້​ທີ່​ມີ​ສະ​ພາບ​ອາ​ກາດ​ດີ​ສະ​ເລ່ຍ​ແລ້ວ​ຢູ່​ໃນ​ລະ​ດັບ 74,2% ເຊິ່ງ​ເພີ່ມ​ຂຶ້ນ 3% ເມື່ອ​ທຽບ​ໃສ່​ປີ 2015; ​​ປະ​ລິ​ມານ​ຝຸ່ນ​ລະ​ອອງ (PM2.5) ສະ​ເລ່ຍ​ແລ້ວ​ໄດ້​ຫຼຸ​ດ​ລົງ 9,1% ເມື່ອ​ທຽບ​ໃສ່​ປີ 2015.

ອັດ​ຕາ​ຈຳ​ນວນ​ມື້​ທີ່​ມີ​ສະ​ພາບ​ອາ​ກາດ​ດີຢູ່​ 338 ​ຕົວ​ເມືອງ​ໃນທົ່ວ​ປະ​ເທດ​ຢູ່​ໃນ​ລະ​ດັບ 78,8% ເຊິ່ງ​ເພີ່ມ​ຂຶ້ນ 2,1% ເມື່ອ​ທຽບ​ໃສ່​ປີ 2015.

ສຳ​ລັບ​ສິ່ງແວດ​ລ້ອມ​ທາ​ງ​ທະ​ເລ,ບົດ​ລາຍ​ງານ​​ຊີ້ໃຫ້​ເຫັນ​ວ່າ: ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ແລະ​ລະ​ດູ​ຮ້ອນ, ເນື້ອ​ທີ່​​ເຂດ​ທະ​ເລ​ທີ່​ໄດ້ມາດ​ຖານ​ຄຸນ​ນະ​ພາບ​ນ້ຳ​ທະ​ເລ​ປະ​ເພດ​​ໜຶ່ງກວມ 95% ຂອງ​ເຂດ​ທະ​ເລ​ທີ່​ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ