ຈີນ​ສະ​ໜອງ​ທັນ​ຍາ​ຫານ​ສຸກ​ເສີນໃຫ້​ໂຊ​ມາ​ລີ 2800 ກວ່າ​ໂຕນ​
2017-06-06 10:13:57  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ຫ້ອງ​ການ​ຈີນ​ສຳ​ນັກ​ງານ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ເປີດ​ເຜີຍ​ໃນ​ວັນ​ທີ 5 ມິ​ຖຸ​ນາ​ນີ້​ວ່າ, ທັນ​ຍາ​ຫານ​ທີ່​ຈີນ​ຊ່ວຍ​ໂຊ​ມາ​ລີ​ຢ່າງ​ຮີບ​ດ່ວນ​ນັ້ນ​ໄດ້​ເລີ່ມ​ຂົນ​ສົ່ງ​​ຈາກ​ນະ​ຄອນ​ຊຽງ​ໄຮ​​ໃນ​ວັນ​ທີ 2 ມິ​ຖຸ​ນາ​ນີ້ ໂດຍ​ປະ​ກອບ​​ມີ​ເຂົ້າ​ສານ 2800 ກວ່າ​ໂຕນ ແລະ​ຄາດ​ວ່າ​ຈະ​ໄປ​ເຖິງ​ໂຊ​ມາ​ລີ 35 ວັນ.

ຫ້ອງ​ການ​ດັ່ງ​ກ່າວ​ແຈ້ງ​ຕື່ມ​ວ່າ, ຈະ​ນຳ​ເອົາ​ທັນ​ຍາ​ຫານ​ຊຸດ​ນີ້​​ລວມ​ທັງ​ທັນ​ຍາ​ຫານ​ແລະອາ​ຫານບຳ​ລຸງ​ຈຳ​ນວນ​ໜຶ່ງ​ທີ່​ລັດ​ຖະ​ບານ​ຈີນ​ຊ່ວຍ​ເຫຼືອ​​ກ່ອນ​ໜ້າ​ນີ້ ໃຫ້​ແກ່​ປະ​ຊາ​ຊົນ 223.500 ຄົນ​ຢູ່ 18 ເຂດ​ທີ່​ປະ​ສົບ​ໄພ​ແຫ້ງ​ແລ້ງ​ຂອງ​ໂຊ​ມາ​ລີ​ບໍ​ລິ​ໂພກ​ເປັນ​ເວ​ລາ 4 ເດືອນ.

ຈີນ​ສະ​ໜອງ​ທັນ​ຍາ​ຫານ​ໃຫ້​ປະ​ເທດ​ທີ່​ກ່ຽວ​ຂ້ອງ ​ສຳ​ລັບ​ຊຸດ​ນີ້​ເປັນ​ຊຸດ​ທຳ​ອິດພາຍຫຼັງ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸ​ດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ກ່ອນ​ໜ້າ​ນີ້ ແລະ​ກໍ​ແມ່ນ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຂອງ​ລັດ​ຖະ​ບານ​ຈີນ​​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໃຫ້​ການ​ຊ່ວ​ຍເຫຼືອ​ດ້ານ​ທັນ​ຍາ​ຫານ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ