ມະ​ຫາ​ວິ​ທະ​ຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ທາ​ຣູ​ມາ​ນາ​ກາ​ຣາ​ອິນ​ໂດ​ເນ​ເຊຍ
2017-06-06 16:21:42  cri 
    ຕາມ​ຂ່າວ​ສານ​ຈີນ: ວັນ​ທີ 5 ມິ​ຖຸ​ນານີ້, ມະ​ຫາ​ວິ​ທະ​ຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ຈີນໄດ້​ເຊັນ​ສັນ​ຍາ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ທາ​ຣູ​ມາ​ນາ​ກາ​ຣາ​ອິນ​ໂດ​ເນ​ເຊຍ ເພື່ອ​ຮ່ວມ​ມືກັນ​ຢ່າງ​ຮອບ​ດ້ານ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ເຈຍຢີ້​ມິນ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ຈີນ​ກ່າວ​ວ່າ, ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ ຈະ​ຊ່ວຍ​ມະ​ຫາ​ວິ​ທະ​ຍາ​ໄລ​ທາ​ຣູ​ມາ​ນາ​ກາ​ຣາ ສ້າງ​ຕັ້ງ​ຄະ​ນະ​ພາ​ສາ​ຈີນ, ວິ​ຊາ​ສະ​ເພາະ​ພາ​ສາ​ຈີນ ຫຼື​ສະ​ຖາ​ບັນ​ພາ​ສາ​ຈີນ ທັງຈະ​ສອນ​ພາ​ສາ​ຈີນ​ໃຫ້​ນັກ​ສຶກ​ສາ​ອິນ​ໂດ​ເນ​ເຊຍ ເຊິ່ງ​ບໍ່​ພຽງ​ແຕ່ຈະ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ຄະ​ນະພາ​ສາ​ຈີນ​ສະ​ເພາະ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ສຶກ​ສາ​ຄະ​ນະ​ອື່ນ​ໃນ​ການ​ຮຽນ​ພາ​ສາ​ຈີນ. ແນວ​ໃດ​ກໍ​ດີ, ​ທັງ​ສອງມະ​ຫາ​ວິ​ທະ​ຍາ​ໄລ​ ມີ​ພື້ນ​ຖານ​ທີ່​ດີ​ໃນ​ການ​ຮ່ວມ​ມື​ວິ​ຊາ​ສະ​ເພາະຕ່າງໆ ແລະ​ມີ​ຊ່ອງ​ທາງ​ໃນ​ການ​ຮ່ວມ​ມື​ຕົວ​ຈິງຫຼາຍ​ທີ່​ສຸດ.

    ທ່ານ ກູ​ນາ​ດີ ປະ​ທານກອງ​ທຶນ​ມະ​ຫາ​ວິ​ທະ​ຍາ​ໄລ​ທາ​ຣູ​ມາ​ນາ​ກາ​ຣາ ກ່າວ​ວ່າ, ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຊາວ​ຈີນ​ຕ່າງ​ດ້າວ ມີ​ເປົ້າ​ໝາຍ​ດຽວ​ກັນ ແລະ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ