ຈີ​ນ​ແລະ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ວຽກ​ງານ​ຊົນ​ເຜົ່າ
2017-06-07 11:09:33  cri 


ຕາມ​ຂ່າວCRI: ວັນ​ທີ 5 ມິ​ຖຸ​ນາ​ນີ້, ທ່ານ​ນາງ ລີວ​ຮຸ້ຍ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ດິງ​ເກວ​ຮາຍ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​​ຫວຽດ​​ນາມພ້ອມ​ຄະ​ນະ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ ສ​ປ ຈີນ.


ທ່ານ​ນາງ ລີວ​ຮຸ້ຍ ກ່າວ​ວ່າ:ຈີນ​ແລະ​ຫວຽດ​ນາມ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ,ລັດ​ຖະ​ບານ​ຂອງ​ສອງ​ປະ​ເທດ​ມີ​ທັດ​ສະ​ນະ​ວຽກ​ງານ​ຊົນ​ເຜົ່າ​ຄ້າຍ​ຄື​ກັນ. ຂະ​ນະ​ດຽວ​ກັນ​ທັງ 2 ຄະ​ນະ​ກຳ​ມະ​ການກໍ​ໄດ້​ຮັກ​ສາ​ການ​ພົວ​ພັນ​ການ​ແລກ​ປ່ຽນ​ດ້ວຍ​ນ້ຳ​ໃຈ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ແຕ່​ໃດໆ​ມາ ແລະ​ການ​ຮ່ວມ​ມື​ກໍ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຫຼວງ​ຫຼາຍ. ໃນແຕ່​ລະ​ປີ ນັບ​ແຕ່​ປີ 2015 ເປັນ​ຕົ້ນ​ມາ, ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ຊົນ​ເຜົ່າ​ປະ​ເທດ​ຈີນ​ແລະ​ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ຮ່ວມ​ກັນ​ຈັດ "ຊຸດ​ອົບ​ຮົມການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ປະ​ເທດ" ​ໜຶ່ງຊຸດ, ​ຫວຽດ​ນາມ​ກໍ​ໄດ້​ສົ່ງ​ພະ​ນັກ​ງານ​ເຂົ້າ​ຮ່ວມ. ແນວ​ໃດ​ກໍ​ດີຫວັງ​ວ່າ​ຄະ​ນະ​ກຳ​ມະ​ການ​ຂອງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​​ການ​ແລກ​ປ່ຽນ​​ບົດ​ຮຽນ​ແລະການ​ຮ່ວມ​ມື​ທີ່​ແທ້​ຈິງ​​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໃນ​ອະ​ນາ​ຄົດ.


ທ່ານ ດິງ​ເກວ​ຮາຍ ຢືນ​ຢັນ​ວ່າ: ​ຈະ​ເພີ່ມ​ທະ​ວີການ​ຮ່ວມ​ມື​​ກັບ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າປະ​ເທດ​ຈີນ,ເພີ່ມ​ທະ​ວີນ້ຳ​ໃຈມິດ​ຕະ​ພາບ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​.


ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ