ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄປ​ທ່ຽວ​ຟີ​ລິບ​ປິນ​ໃນ​ໄຕ​ມາດທຳ​ອິດ​ປີ​ນີ້​​ເພີ່ມ​ຂຶ້ນ 11,4%
2017-06-07 11:10:05  cri 
ຕາມ​ໜັ​ງ​ສື​ພິມ The Philippine Star: ກະ​ຊວງ​ທ່ອງ​ທ່ຽວ​ຟີ​ລິບ​ປິນ​ໄດ້​ເຜີຍ​ແຜ່​ຂໍ້​ມູ​ນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ຟີ​ລິບ​ປິນ​ໃນ​ໄຕ​ມາດ​​ທຳ​ອິດ​ປີ​ນີ້​ມີ​ເຖິງ 1.784.000ເທື່ອ​ຄົນ, ເພີ່ມ​ຂຶ້ນຫຼາຍກວ່າ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ຜ່ານ​ມາ 11,4%.

ໜັງ​ສື​ພິມ​ສະ​ບັບ​ນີ້​ໄດ້​ວິ​​ເຄາະ​ວ່າ, ພາຍຫຼັງ​ທ່ານ​ວັນ​ດາ ຕຸນ​ໂຟ​ເຕວ​ຂຶ້ນ​ດຳ​ລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ທ່ອ​ງ​ທ່ຽວ​ເປັນ​ຕົ້ນມາ, ທ່ານ​ໄດ້​ເຊັນ​ຂໍ້​ຜູ​ກ​ພັນ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ກັບ​ຈີນ, ຍີ່​ປຸ່ນ, ກຳ​ປູ​ເຈຍ, ຣັດ​ເຊຍ ແລະ​ຕວກ​ກີ ທີ່​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ສຳ​ຄັນ​ຂອງ​ຟີ​ລິບ​ປິນ ເຊິ່ງ​​ໄດ້​ກາຍເປັນ​ປັດ​ໄຈ​ສຳ​ຄັນ​ເຮັດ​ໃຫ້​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ທ່ອງ​ທ່ຽວ​ຍັງ​ກ່າວ​ວ່າ, ເຖິງວ່າ​ຟີ​ລິບ​ປິນ​ຍັງ​ມີ​ໄພ​ຂົ່ມ​ຂູ່​ຕໍ່ຄວາມ​ປອດ​ໄພ, ເກີດເຫດ​ການ​ວຸ້ນ​ວາຍ​ຢູ່​ມາ​ລາ​ວີ ແລະ​ຄະ​ດີ​ຍິງ​ປືນ​ຢູ່ The Resorts World ຂອງ​ມາ​ນີລາ​ ເຊິ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ໄປ​ທ່ຽວ​ປະ​ເທດ​ດັ່ງ​ກ່າວ​ວິ​ຕົກ​ກັງ​ວົນ​ກໍ​ຕາມ, ແຕ່​ກະ​ຊວງ​ຕົນ​ຈະ​ສືບ​ຕໍ່​ເພີ່ມ​​ທະ​ວີ​ການ​ໂຄ​ສະ​ນາ​ໃຫ້ຫຼາຍ​ຂຶ້ນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ມາ​ທ່ຽວ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນ​ແຕ່ 6 ລ້ານ 9 ແສນ ຫາ 7 ລ້ານ​ເທື່ອ​ຄົນ​ໃນທ້າຍ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ