ລືມເງິນ​ສົດ 160.000 ຢວນ​​ຢູ່​ອູ່​ລົດ
2017-06-08 11:51:49  cri 


ທ້າວ​ຫວາງ ​ຊາວເມືອງ​ຊາງ​ຊຸ່ນ​ແຂ​ວງ​ຈີ​ລິນ​ຂອງ​ຈີນ​ທີ່​ປັດ​ຈຸ​ບັນ​ເຮັດ​ທຸ​ລະ​ກິດ​ຢູ່​ປັກ​ກິ່ງ ເຊິ່ງ​ເມື່ອ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ເນື່ອງ​ຈາກ​ອູ່​ລົດ​ຮົ່ວ, ວັດ​ຖຸ​ສິ່ງ​ຂອງ​ເປັນ​ຈຳ​ນວນ​ຫຼາຍ​ປຽກ. ຈາກ​ນັ້ນ, ໃນ​ຂະ​ນະ​ອະ​ນາ​ໄມ​ອູ່​ລົດ, ທ້າວ ຫວາງ​ກໍ​ໄດ້​ພົບ​ເງິນ​ສົດ 160.000 ຢວນ​ທີ່​ຕົນ​ວາງ​ໃນ​ອູ່​ລົດ​ເມື່ອ​ເດືອນ​ກ່ອນ ແຕ່​ເນື່ອງ​ຈາກ​ຖືກ​ປຽກ​ມາ​ເປັນ​ເວ​ລາ​ດົນ​ນານ​ເງິນ​ຈຶ່ງ​ຕົກ​ໂຫມກ​ດ້ວຍ​ຄວາມ​ເສຍ​ດາຍ, ທ້າວຫວາງ​ໄດ້​ເອົາ​ໄປ​ປ່ຽນ​ນຳ​ທະ​ນາ​ຄານ​ຫຼາຍ​ແຫ່ງ​ແຕ່​ກໍ​ຖືກ​ປະ​ຕິ​ເສດ. ຈົນ​ມາ​ເຖິງວັນ​ທີ 25 ພຶ​ດ​ສະ​ພາ​ຜ່ານ​ມາ, ທ້າວ​ຫວາງ​ໄດ້​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ນຳ​ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ສາ​ຂາ​ສະ​ໜາມ​ຫຼວງ​ຊາງ​ຊຸ່ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ