ລົດນຳ​ທ່ຽວ​ໄທ​ຕົກ​ລົງ​ທະ​ເລ
2017-06-08 14:57:44  cri 
ຕາມ​ຂ່າວ​ສານ​ຈີນ: ຕອນ​ຄ່ຳ​ວັນ​ທີ 6 ມິ​ຖຸ​ນາ​ນີ້, ຢູ່​ເມືອງ​ພັດ​ທະ​ຍາ​ປະ​ເທດ​ໄທ, ລົດ​​ບັດ​ທີ່​ມີ​ຜູ້​ໂດຍ​ສານ​ເປັນນັກ​ທ່ອງ​ທ່ຽວ​ຈີນ 34 ​ຄົນ​ຫ້າມ​ບໍ່​ຢູ່​ແລ້ວ​ຕົກ​ລົງທະ​ເລ, ​ແຕ່​ໂຊກ​ດີ​ທີ່​ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ບາດ​ເຈັບ​ເລັກ​ໜ້ອຍ.

ສື່ມວນ​ຊົນ​ລາຍ​ງານ​ວ່າ, ຕອນ​ຄ່ຳ​ວັນ​ທີ 6 ມິ​ຖຸ​ນາ​ປະ​ມານ 10 ໂມງ 30 ນາ​ທີ, ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ເມືອງ​ພັດ​ທະ​ຍາ​ໄດ້​ຮັບ​ໂທ​ລະ​ສັບ​ວ່າ, ລົດ​ບັດ​ທ່ອງ​ທ່ຽວ​ຄັນ​ໜຶ່ງໄດ້​ເກີດ​ອຸ​ບັດ​ເຫດ​ຢູ່​ແຄມ​ທະ​ເລ ແລະພາຍຫຼັງ​ໄປ​ເຖິ​ງ​​ຈຸດ​ເກີດ​ເຫດ ກໍພົບ​ເຫັນ​ລົດ​ບັດ​​​ປ້າຍ​ທະ​ບຽນ​ບາງກອກ​ໄດ້​ຕົກ​ລົງ​ທະ​ເ​ລ​ຫ່າງ​ຈາກ​ຫົນ​ທາງ 50 ແມັດ ​ຈາກ​ນັ້ນ​ກໍ​ໄດ້​ຮ່ວມ​ກັບ​ປະ​ຊາ​ຊົນ​ຢູ່​​ບໍ​ລິ​ເວນ​ເກີດ​ເຫດ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຈີນ​ອອກ​ຈາກ​ລົດ​ບັດໄດ້​ຢ່າງ​ປອດ​ໄພ. ພາຍຫຼັງ​​ກວດ​ກາ​ແລ້ວ​ເຫັນ​ວ່າ, ອຸ​ບັດ​ເຫດ​ເທື່ອ​ນີ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ບາງ​ຄົນ​ບາດ​ເຈັບ​ເລັກ​ໜ້ອຍ, ​ບາງ​ຄົນ​ສະຫຼົບ​ຍ້ອນ​​ຕົກ​ໃຈ ແຕ່​ບໍ່​​ເປັນ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດ.

ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ເລີ່ມ​ສືບ​ສວນ​ສອບ​ສວນ​ຕໍ່​ອຸ​ບັດ​ເຫດ​ດັ່ງ​ກ່າວແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ